ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ອອກ Windows 8 Consumer Preview ໃຫ້ທົດລອງໃຊ້ແລ້ວ

ຂ່າວໄອທີ

ລາຍງານຂ່າວຫລ້າສຸດ, ເປັນຂ່າວທີ່ຫນ້າຕື່ນເຕັ້ນຫລາຍ ເມຶ່ອ Windows 8 ເດີນທາງມາໃກ້ຈະຮອດການອອກເວີຊັ່ນສົມບູນແລ້ວ, ໂດຍຫລ້າສຸດທາງ Microsoft ໄດ້ອອກ Windows 8 Consumer Preview ທີ່ອອກມາສຳໃຫ້ຜູ້ໃຊ້ທົ່ວໄປໄດ້ທົດສອບກັນ. ເຊິ່ງນັ້ນຫມາຍຄວາມວ່າ Windows 8 ນັ້ນໃກ້ຈະອອກເວີຊັ່ນສົມບູນ ແລະ ວາງຈຳຫນ່າຍໃນອີກບໍ່ດົນນີ້.

ຢ່າງໃດກໍ່ດີ, ຫາກທ່ານຕ້ອງການຈະດາວໂຫລດມາທົດລອງໃຊ້ກ່ອນ ອັນນີ້ຜູ້ຂຽນເອງແນະນຳເປັນຢ່າງຍິ່ງ ເພາະ Windows 8 Consumer Preview ນັ້ນຖືວ່າສົມບູນຫລາຍພໍສົມຄວນ, (ແຕ່ກໍ່ບໍ່ຄວນນຳມາໃຊ້ເປັນລະບົບປະຕິບັດການຫລັກຂອງຄອມທ່ານ). ສຳລັບສະເປັກທີ່ຈະສາມາດລົງ Windows 8 Consumer Preview ນີ້ໄດ້ຕ້ອງມີ CPU ຢ່າງຫນ້ອຍ 1GHz, ຕ້ອງມີ Ram 1GB (32-bit), 2 GB (64-bit), ຮາດດີສຕ້ອງມີພື້ນທີ່ຫວ່າງຢ່າງຫນ້ອຍ 16GB ສຳລັບ 32-bit / 20 GB ສຳລັບ 64-bit, ຮອງຮັບ DirectX 9 ພ້ອມ WDDM 1.0 ແລະ ຕ້ອງໃຊ້ Product Key ນີ້: NF32V-Q9P3W-7DR7Y-JGWRW-JFCK8

ດາວໂຫລດ – http://windows.microsoft.com/en-US/windows-8/iso

ທີ່ມາ – Engadget

ລອງອ່ານກ່ຽວກັບ  Microsoft ປະກາດຍອດຂາຍ Kinect ເພີ່ມຂຶ້ນ 2.5 ລ້ານແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.