ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາແລ້ວ The New iPad, ແລະ ສິ່ງທີ່ທ່ານຕ້ອງການຮູ້ໃນ iPad ລຸ້ນນີ້.

ຂ່າວໄອທີ, ແທັບເລັດ

ຫລ້າສຸດໃນວັນທີ່ 7 ມີນາທີ່ຜ່ານມາ ທາງ Apple ໄດ້ອອກມາເປີດໂຕ iPad ລຸ້ນໃຫມ່ ທີ່ໄດ້ຊື່ວ່າ The new iPad. ໃນ The new iPad ນີ້ຈະມີຫນ້າຕາຄືກັບ iPad 2 ແຕ່ຈະມີການອັບເກຼດທາງດ້ານຮາດແວ ຫລື ສ່ວນທີ່ຢູ່ພາຍໃນເທົ່ານັ້ນ ເຊິ່ງໄດ້ແກ່:

ຫນ້າຈໍ Retina Display: ສຳລັບ The new iPad ນີ້ຈະໃຊ້ຈໍທີ່ຄວາມລະອຽດສູງເຖິງ 3.1ລ້ານພິກເຊວ ທີ່ 2048 x 1536, ເຊິ່ງມີຄວາມລະອຽດສູງກວ່າ HDTV ທົ່ວໄປເຖິງ 1ລ້ານພິກເຊວ.

ກ້ອງຖ່າຍຮູບທີ່ດີຂຶ້ນ: ໃນ  The new iPad ຈະມາກັບກ້ອງ iSight ຄວາມລະອຽດ 5ລ້ານພິກເຊວ, ເຊິ່ງສາມາດຖ່າຍວິດີໂອໄດ້ລະອຽດເຖິງ 1080p ແລະ ມີຄວາມສາມາດກວດຈັບໃບຫນ້າໄດ້ອີກດ້ວຍ. ສຳລັບກ້ອງດ້ານຫນ້າແມ່ຈະເປັນກ້ອງ VGA.

ໃຊ້ CPU A5X: CPU A5x ນັ້ນເປັນຈະເປັນ CPU ສອງແກນສະຫມອງເທົ້າກັບ A5 ທີ່ມີໃນ iPad 2 ແລະ iPhone 4S. ແຕ່ໃນ A5X ຈະມາກັບ GPU ສີ່ແກນສະຫມອງ. ເຊິ່ງຈະເຮັດໃຫ້ການສະແດງຜົນພາບ ແລະ ເກມໄດ້ດີຂຶ້ນຫລາຍເຖິງ ສີ່ເທົ່າຂອງ iPad 2.

ຮອງຮັບ 4G LTE ແລະ 3G ທົ່ວໂລກ: ໃນ The new iPad ນັ້ນຈະຮອງຮັບເຄຶອຂ່າຍຄວາມໄວສູງຢ່າງ 4G LTE, ແລະ ຍັງສາມາດຮອງຮັບເຄຶອຂ່າຍ 3G ໄດ້ທົ່ວໂລກເທິງເຄຶອຂ່າຍ UMTS/HSPA/HSPA+/DC-HSDPA (850, 900, 1900, 2100 MHz) ແລະ GSM/EDGE (850, 900, 1800, 1900 MHz).

Dictation: ໃນ The new iPad ນີ້ຈະມາກັບຄວາມສາມາດທີ່ເອີ້ນວ່ານ້ອງຂອງ Siri ເລີ່ຍກໍວ່າໄດ້, ເຊິ່ງມັນຄື Dictation ທີ່ຈະມັນຈະຊ່ວຍພິມຂໍ້ຄວາມ ຕາມຄຳສັ່ງທີ່ເຮົາເວົ້າອອກໄປ.

ຢ່າງໃດກໍ່ຕາມ, ໃນເລື່ອງຂອງລາຄາຂອງ iPad 2 ນັ້ນກໍ່ໄດ້ມີການລົງລາຄາເຫລຶອພຽງເລີ່ມຕົ້ນທີ່ $399 ເທົ່ານັ້ນ. ສ່ວນ The new iPad ຈະເລີ່ມວາງຂາຍໃນວັນທີ່ 16 ມີນາ 2012 ທີ່ຈະຮອດນີ້, ໂດຍລາຄາແມ່ນມີດັ່ງນີ່:

– $499 ສຳລັບ WI-FI 16GB

– $599 ສຳລັບ WI-FI 32GB

– $699  ສຳລັບ WI-FI 64GB

– $629 ສຳລັບ WI-FI + 4G 16GB

– $729 ສຳລັບ WI-FI + 4G 16GB

– $829 ສຳລັບ WI-FI + 4G 16GB

ສຳລັບລາຍລະອຽດເພີ່ມເຕີມສາມາດເຂົ້າໄປເບິງໄດ້ທີ່ http://www.apple.com/ipad/features/

ລອງອ່ານກ່ຽວກັບ  Sony ພັດທະນາ ຈໍ OLED ລຸ້ນໃຫມ່ມ້ວນໄດ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.