ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iOS 5.1 ສາມາດເຮັດ Jailbreak ໄດ້ແລ້ວ (ຕະກຸນ CPU A5 ຍັງບໍ່ໄດ້)

ຂ່າວດ່ວນ

ຫລັງຈາກທີ່ Apple ປ່ອຍ iOS 5.1 ໃຫ້ອັບເດດ ກໍ່ປາກົດວ່າມີຫລາຍຄົນຍັງບໍ່ຕ້ອງການທີ່ຈະອັບເດດ ເພາະເນື່ອງຈາກຈະເຮັດໃຫ້ສູນເສຍສະຖານະໃນການ jailbreak ໄປ.

ຫລ້າສຸດ ໃນ Redsn0w 0.9.10b6 ສາມາດ jailbreak iOS 5.1 ໄດ້ເປັນທີ່ຮຽບຮ້ອຍແລ້ວ, ແຕ່ຍັງເປັນພຽງ iDevices ທີ່ໃຊ້ CPU A4 ລົງມາ. ນອກນັ້ນແລ້ວ ໃນການ Jailbreak ນີ້ແມ່ນເປັນການ Jailbreak ແບບ tethered ເຊິ່ງທ່ານອາດຈະຕ້ອງເຊື່ອມຕໍ່ກັບຄອມຂອງທ່ານທຸກເທຶ່ອ ທີ່ຈະ Reboot iDevice ຂອງທ່ານ. ຢ່າງໃດກໍ່ຕາມ ຫລັງຈາກການ Jailbreak ທ່ານສາມາດໃຊ້ Semi-Tethered ເພຶ່ອຊ່ວຍໃຫ້ທ່ານ Reboot ໂດຍທີ່ບໍ່ຕ້ອງເຊື່ອມຕໍ່ກັບຄອມພິວເຕີຂອງທ່ານ. ໂດຍການຕິດຕັ້ງ  Semi-Tethered ຈາກ Source http://thebigboss.org/semitether ຫລັງຈາກທ່ານໄດ້ Jailbreak ແລ້ວ.

ດາວໂຫລດ Redsn0w 0.9.10b6 (Windows/Mac)

ທີ່ມາ – Redmondpie

ລອງອ່ານກ່ຽວກັບ  ໂຄງການນຳ Android ລົງ TouchPad ໃກ້ຈະສຳເລັດແລ້ວ ໂດຍ Cyanogen Mod

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.