ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປະກາດຍອດຂາຍ iPad (3rd Gen) ສູງ 3ລ້ານເຄື່ອງ ພາຍໃນ 3ມື້

ຂ່າວໄອທີ

ຫລ້າສຸດ Apple ອອກມາລາຍງານເຖິງຍອດຂາຍ iPad ລຸ້ນຫລ້າສຸດ (3rd Gen) ແລ້ວວ່າ ຫລັງຈາກທີ່ເລີ່ມວາງຂາຍໃນວັນສຸກທີ່ຜ່ານມາ ຈົນເຖິງວັນອາທິດ, ຍອດຂາຍ iPad 3rd Gen ມີຈຳນວນສູງເຖິງ 3ລ້ານເຄື່ອງ. ເຊິ່ງສະຖິຕິນີ້ຖືວ່າສູງຫລາຍ, ເຊິ່ງຫາກທຽບກັບ iPad 1st Gen ທີ່ມີຍອດຂາຍ 3ແສນເຄື່ອງ ໃນມື້ທຳອິດທີ່ວາງຈຳຫນ່າຍ. ນອກນັ້ນແລ້ວ ຍອດຂາຍຂອງ iPad 2 ທີ່ນັກວິເຄາະໄດ້ວິເຄາະອອກມາ ຫນ້າຈະຕົກຢູ່ປະມານ 500,000 – 1,000,000 ເຄື່ອງພາຍໃນສາມມື້. ແຕ່ເຖິງຢ່າງໃດກໍ່ຕາມ ຫາກ iPad 2 ມີຍອດຂາຍ 1ລ້ານເຄື່ອງພາຍໃນສາມມື້ iPad 3rd Gen ກໍ່ຖືວ່າມີຍອດຂາຍສູງເຖິງ ສາມເທຶ່ອຂອງ iPad 2. ສຳລັບຍອດຂາຍດັ່ງກ່າວຖືວ່າສູງລະດັບດຽວກັບ iPhone 4S ທີ່ມີຍອດຂາຍ 4ລ້ານເຄື່ອງ ພາຍໃນສາມມື້ທຳອິດທີ່ວ່າງຈຳຫນ່າຍ.

ຢ່າງໃດກໍ່ຕາມ ຈຸດເດັ່ນທີ່ເຮັດໃຫ້ iPad 3rd Gen ມີຄວາມຕ້ອງການສູງ ແບບນີ້ ຫລັກໆແລ້ວກໍ່ແມ່ນຫນ້າຈໍທີ່ລະອຽດຂຶ້ນ, ຫນ່ວຍປະມວນຜົນພາບທີ່ໄວຂຶ້ນ ພ້ອມກັບກ້ອງທີ່ມີຄຸນນະພາບສູງຂຶ້ນອີກດ້ວຍ.

ທີ່ມາ – Techcrunch

ລອງອ່ານກ່ຽວກັບ  ສະຫລຸບໂດຍລວມຂອງງານ Apple's fall 2010 event

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.