ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ລວມບໍລິການ ເພງ, ຫນັງ, ແອັບຯ, ແລະ eBook ເປັນ Google Play

ຂ່າວໄອທີ

ຫລ້າສຸດ Google ໄດ້ປະການລວມບໍລິການຕ່າງໆເຊັ່ນ ເພງ, ຫນັງ, ແອັບຯ, ແລະ eBook ເຂົ້າເປັນຫນຶ່ງດຽວພາຍໄຕ້ຊື່ Google Play. Google Play ກໍ່ບໍ່ມີຫຍັງໃຫມ່ຫລາຍ, ເຊິ່ງເປັນພຽງການລວມເອົາບໍລິການຕ່າງໆເຂົ້າມາເປັນຫນຶ່ງດຽວ ເພຶ່ອໃຫ້ຜູ້ໃຊ້ບໍ່ຮູ້ສຶກສັບສົນ ແລະ ສາມາດເຂົ້າເຖິງຄວາມບັນເທີງທຸກຮູບແບບ ໃນບ່ອນດຽວ ຄື Google Play. ສຳລັບເວັບໄຊຕ໌ Android Market, Google Music, Google Book ແລະ Google Movie Rental ໃນຮູບແບບທີ່ຫລາຍຄົນຮູ້ຈັກຜ່ານມານັນ ປະຈຸບັນຈະຖືກສົ່ງເຂົ້າໄປ https://play.google.com/store ແທນເຊິ່ງຜູ້ໃຊ້ສາມາດຊອກຊື້ ໃຊ້ບໍລິການໃນບ່ອນດຽວ.

ຢ່າງໃດກໍ່ດີ, ຜູ້ຂຽນເອງກໍ່ຖືວ່ານີ້ເປັນການຕະຫລາດ ແລະ ເທັກນິກອັນຫນຶ່ງ ທີ່ເຮັດໃຫ້ຜູ້ໃຊ້ເຂົ້າໃຈງ່າຍ ແລະ ຮູ້ຈັກບໍລິການ ເພງ, ຫນັງ, ແອັບຯ, ແລະ eBook ໃນຊື່ Google Play, ເຊັ່ນດຽວກັບ iTunes.

ທີ່ມາ – Google Play

ລອງອ່ານກ່ຽວກັບ  Motorola Xoom ມີໂຄສະນາອອກມາແລ້ວ ພ້ອມເຄາະລາຄາທີ່ $800

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.