ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ຂາຍບັດເຂົ້າງານ Google I/O ຫມົດ ພາຍໃນເວລາ 20 ນາທີ

ຂ່າວໄອທີ

ລາຍງານຂ່າວຫລ້າສຸດ, ຫລັງຈາກທີ່ Google ໄດ້ເປີດໃຫ້ຈອງປີ້ເຂົ້າງານ Google I/O 2012 ທີ່ຈະຈັດຂຶ້ນໃນວັນທີ 27 – 29 ມິຖຸນາ 2012 ນີ້, ບັດຈຳນວນດັ່ງກ່າວໄດ້ຖືກຂາຍຫມົດກ້ຽງ ໂດຍໃຊ້ເວລາພຽງ 20ນາທີ ເທົ່ານັ້ນ. ເຊິ່ງໃນງານ Google I/O ປີນີ້ ຈະມີການເຜີຍແຜ່ຂໍ້ມູນໃຫ້ຜູ້ເຂົ້າຊົມ ກ່ຽວກັບຜະລິດຕະພັນຂອງ Google ເອງເຊັ່ນ: Chrome, Android, Google+ ແລະ Google TV. ນອກນັ້ນຍັງລວມເຖິງສິ່ງທີ່ບໍ່ແມ່ນຜະລິດຕະພັນຂອງ Google ເຊິ່ງໄດ້ແກ່  HTML5 ແລະ AJAX.

ຢ່າງໃດກໍ່ຕາມ, ໃນປີ 2011 Google ໃຊ້ເວລາເຖິງ 59ນາທີ ໃນການທີ່ຈະຂາຍບັດຈົນຫມົດກ້ຽງ, ແລະ ໃນງານດັ່ງກ່າວ ກໍ່ໄດ້ມີການແຈກຜະລິດຕະພັນຕ່າງໆເຊັ່ນ: Samsung Galaxy Tab, Verizon hotspot ແລະ Samsung Chromebook. ເຊິ່ງນີ້ອາດຈະເປັນອີກເຫດຜົນຫນຶ່ງ ທີ່ເຮັດໃຫ້ຄົນຕ້ອງການເຂົ້າຮ່ວມງານດັ່ງກ່າວສູງຂຶ້ນ ເພາະພຽງແຕ່ເຂົ້າຮ່ວມງານກໍ່ໄດ້ຂອງແຈກແບບຫລ້າໆແລ້ວ. ສຳລັບປີນີ້ ບໍ່ຮູ້ວ່າ Google ຈະແຈກຫຍັງໃຫ້ກັບຜູ້ຮ່ວມງານ, ແຕ່ຫາກໃຫ້ຜູ້ຂຽນເດົາແລ້ວ ອາດຈະເປັນ ແທັບເລັດ Android ລຸ້ນໃຫມ່ ຫລື ບໍ່ກໍ່ສະມາດໂຟນລຸ້ນໃຫມ່ ທີ່ຮອງຮັບ Google Wallet.

ທີ່ມາ – Wired

ລອງອ່ານກ່ຽວກັບ  [Google I/O] Android ເວີ່ຊັ່ນຕໍ່ໄປ ຈະມີຊື່ວ່າ Ice Cream Sandwich

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.