ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Angry Birds Space ມາແຮງ! ເປີດໂຕສາມມື້ ຍອດດາວໂຫລດ 10ລ້ານ

Android Apps, iOS Apps, ຂ່າວໄອທີ

ເປີດໂຕກັນໄປແລ້ວສຳລັບ Angry Birds ເວີຊັ່ນໃຫມ່ Angry Birds Space ເຊິ່ງມີໃຫ້ດາວໂຫລດແລ້ວທັ້ງສຳລັບ Android ແລະ iOS ໃນລາຄາ $0.99. ແຕ່ລາຍງານຫລ້າສຸດທາງ Rovio ກໍ່ໄດ້ອອກມາປະກາດຜ່ານທາງ Twitter ຂອງ Angry Birds ວ່າ Angry Birds Space ເຮັດສະຖິຕິການດາວໂຫລດໄດ້ສູງເຖິງ 10ລ້ານ ພາຍໃນເວລາບໍ່ເຖິງ 3ມື້. ຈາກຍອດດາວໂຫລດດັ່ງກ່າວ ເຮັດໃຫ້ເຫັນວ່າ Angry Birds ຍັງມີຄວາມເປັນທີ່ນິຍົມ ໃນບັນດາອຸປະກອນພົກພາຕ່າງໆ. ເມຶ່ອ ນຳຍອດດາວໂຫລດດັ່ງກ່າວ ມາຄິດເປັນເງິນແລ້ວ Rovio ສາມາດເຮັດເງິນໄດ້ຈາກ Angry Birds Space ສູງເຖິງ 10 ລ້ານຫລຽນ ພາຍໃນເວລາສາມມື້.

 

ຢ່າງໃດກໍ່ຕາມ ກະແສການຕອບຮັບຂອງ Angry Birds Space ຖືວ່າສູງພໍສົມຄວນ, ສຳລັບໃຜທີ່ຍັງບໍ່ໄດ້ດາວໂຫລດມາລອງຫລິ້ນ ກໍ່ສາມາດເຂົ້າໄປດາວໂຫລດຈາກ Android Market ຫລື App Store ໄດ້. ສ່ວນຜູ້ຂຽນເອງ, ເວີຊັ່ນເກົ່າຍັງຫລິ້ນບໍ່ຈົບ 😀

ດາວໂຫລດ – Android ແລະ iOS

ລອງອ່ານກ່ຽວກັບ  ມາແລ້ວ Angry Birds ສຳຫລັບ Netbook Windows 7 ແລະ XP

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.