ເລື່ອງລາວຂອງ TECH, STARTUP, ແລະ DIGITAL

VLC ໂປແກຼມເບິງຫນັງຄອບຈັກກະວານ ອອກເວີຊັ່ນ 2.0 ແລ້ວ

FREE WARE

ເຊຶ່ອວ່າທ່ານຜູ້ອ່ານຫລາຍຄົນກໍ່ອາດຈະຄຸ້ນຫູ ຫລື ອາດຈະກຳລັງໃຊ້ຢູ່ ສຳລັບໂປຼແກຼມເບິງຫນັງທີ່ຄອບຈັກກະວານຢ່າງ VLC Media Player ທີ່ປະຈຸບັນໄດ້ອັບເດດ ແລະ ອອກເວີຊັ່ນໃຫມ່ແລ້ວ ເຊິ່ງເປັນເວີຊັນ 2.0 ແລະມີຊື່ Code Name ວ່າ  Twoflower. ເຊິ່ງໃນ VLC 2.0 ນີ້ ກໍ່ຈະມີການປັບປຸງຂຶ້ນມາຫລາຍໆຢ່າງເຊັ່ນ: ຖອດລະຫັດໄຟລ໌ມີເດຍໄດ້ໄວຂຶ້ນ ເທິງ CPU ແບບຫລາຍແກນສະຫມອງ ລວມໄປເຖິງ GPU, ຮອງຮັບໄຟລ໌ມີເດຍປະເພດອື່ນໆເພີ່ມຂຶ້ນມາອີກ.

ນອກນັ້ນແລ້ວ VLC 2.0 ຍັງມີການປັບປຸງຫນ້າຕາໃຫມ່ເລັກນ້ອຍ, ປັບປຸງຄຸນນະພາບຂອງ Subtitles ໃຫ້ຄົມຊັດຂຶ້ນ, ປັບປຸງຄວາມລະອຽດຂອງວິດີໂອໃຫ້ດີຂຶ້ນ ແລະ ຍັງຮອງຮັບການຫລິ້ນຈາກແຜ່ນ BluRay ໄດ້ອີກດ້ວຍ. ຢ່າງໃດກໍ່ຕາມ VLC ເທິງລະບົບປະຕິບັດການ Mac OS X ຈະມີການປັບປຸງຫນ້າຕາໃຫ້ສວຍງາມແລະ ຫນ້າໃຊ້ຂຶ້ນ ໃຫ້ເຫມາະສົມກັບຫນ້າຕາຂອງ Mac OS X.

ສຳລັບໃຜທີ່ໃຊ້ງານ VLC ຢູ່, ກໍ່ລອງອັບເດດ ຫລື ໄປດາວໂຫລດເວີຊັ່ນ 2.0 ມາໃຊ້ເບິງເນາະ, ເພາະເພີ່ນໄດ້ມີການແກ້ໄຂຂໍ້ປົກພ່ອງຕ່າງໆຫລາຍຮ້ອຍໂຕ, ເຊິ່ງອາດຈະເຮັດໃຫ້ VLC ໃຊ້ງານໄດ້ດີ ແລະ ໄວຂຶ້ນ.

ດາວໂຫລດ – http://www.videolan.org/vlc/

ລອງອ່ານກ່ຽວກັບ  ລວມເກມມ່ວນໆ ມັນໆ ສຳຫລັບຜູ້ໃຊ້ iPhone ແລະ iPod touch

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.