ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MWC 2012: Asus ເປີດໂຕແທັບເລັດ Transformer Pad 300

ຂ່າວໄອທີ, ແທັບເລັດ

ຫລ້າສຸດໃນງານ MWC 2012 ທາງ Asus ກໍ່ໄດ້ເປີດໂຕແທັບເລັດໃຫມ່ຂະຫນາດ 10.1 ຄວາມລະອຽດ 1280 x 800 ທີ່ມາພ້ອມກັບ Keyboard Dock ໂດຍມີຊືລູ້ນວ່າ Transformer Pad 300. ສຳລັບ Transformer Pad 300 ຄາດວ່າຈະເປັນລຸ້ນທີ່ເຂົ້າມາແທນທີ່ຂອງ EEE Pad Transformer, ໂດຍສະເປັກເຄື່ອງກໍ່ແຮງພໍສົມຄວນເພາະມາກັບ CPU quad-core Tegra 3, ມີ Ram ຂະຫນາດ 1GB, ລະບົບປະຕິບັດການເປັນ  Android 4.0. ນອກນັ້ນແລ້ວ ຍັງມີກ້ອງມາໃຫ້ເຖິງສອງໂຕ (ຫນ້າ​-ຫລັງ) ເຊິ່ງກ້ອງຫນ້າມີຄວາມລະອຽດ 2ລ້ານພິກເຊວ ແລະ ກ້ອງຫນ້າ 8ລ້ານພິກເຊວ. ຢ່າງໃດກໍ່ຕາມ Transformer Pad 300 ຈະມີພຽງຄວາມຈຳຂະຫນາດດຽວໃຫ້ເລືອກຄື 16GB ເທົ່ານັ້ນ ແລະ ສາມາດໃຊ້ງານຕໍ່ເນື່ອງໄດ້ເຖິງ 10 ຊົ່ວໂມງ.

ສຳລັບລາຄາ ແລະ ກຳນົດການວາງຂາຍນັ້ນ ຍັງບໍ່ມີການລະບຸອອກມາແຕ່ຢ່າງໃດ. ແຕ່ຫາກໃຫ້ຜູ້ຂຽນເດົາແລ້ວ, ລາຄາຫນ້າຈະຕ່ຳກວ່າລຸ້ນ Transformer Prime ຫນ້ອຍຫນຶ່ງ, ເພາະເບິງສະເປັກແລ້ວຖືວ່າໄກ້ຄຽງກັນຫລາຍ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Safari 5 ໄວ​ຂຶ້ນ 30% ແຮງ​ກວ່າ Chrome 5

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.