ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MWC 2012: Panasonic ເປີດໂຕໂທລະສັບສະມາດໂຟນໃຫມ່ ສອງລຸ້ນ

ຂ່າວໄອທີ, ໂທລະສັບ

ລາຍງານຂ່າວຫລ້າສຸດທາງບໍລິສັດ Panasonic ເລີ່ມຫັນກັບເຂົ້າມາວົງການມືຖືອີກຄັ້ງດ້ວຍສະມາດໂຟນໃຫມ່ສອງລຸ້ນ ເຊິ່ງໄດ້ແກ່ Eluga ແລະ Eluga Power. ສຳລັບສອງລຸ້ນນີ້ຈະມີຄວາມຄ້າຍຄືກັນຫລາຍ, ແຕ່ຈະແຕກຕ່າງກັນທີ່ສະເປັກ ແລະ ລາຄາ ເຊິ່ງ Eluga ຈະເປັນລຸ້ນລາຄາປະຢັດ ແລະ Eluga Power ຈະເນັ້ນສະເປັກທີ່ທຽບເທົ່າກັບສະມາດໂຟນຫລາຍໆລຸ້ນຂອງເຈົ້າອື່ນ.

ມາເລີ່ມທີ່ Eluga Power (ຮູບເທິງສຸດ). ສຳລັບ Eluga Power ນີ້ຈະມີສະເປັກຄ່ອນຂ້າງດີ ໂດຍມີຫນ້າຈໍຂະຫນາດ 5ນິ້ວ ເປັນຈໍ LCD ຄວາມລະອຽດ 1280×720, ໃຊ້ CPU ເປັນ Qualcomm Snapdragon S4 ຄວາມໄວທີ່ 1.5GHz ແລະເປັນ dual-core. ນອກນັ້ນແລ້ວ ກໍ່ຍັງມີກ້ອງທີ່ມີຄວາມລະອຽດເຖິງ 8ລ້ານພິກເຊວ Auto Focus, ສາມາດຊູມໄດ້ເຖິງ 8 ເທົ່າ ຮອງຮັບການບັນຖຶກວິດີໂອໄດ້ລະອຽດເຖິງ 1080p, ຄວາມຈຳໃນໂຕເຄື່ອງ 8GB, ມີຊິບ NFC, ມາກັບ​ Android 4.0 ແລະ ທີ່ສຳຄັນ ສາມາດກັນນ້ຳໄດ້ອີກດ້ວຍ.

ສຳລັບ Eluga, ຈະເປັນລຸ້ນລາຄາປະຢັດ ເພາະຈະມີຕົວເຄື່ອງທີ່ນ້ອຍລົງມາຫນ້ອຍຫນຶ່ງເຊິ່ງມີຫນ້າຈໍຂະຫນາດ 4.3ນິ້ວ ຄວາມລະອຽດລະດັບ qHD 960 × 540 ພິກເຊວ. ຫນ້າເສຍດາຍ Eluga ຈະມາກັບ Android 2.3.5 ເທົ່ານັ້ນ​ (ສາມາດອັບເດດເປັນ Android 4.0 ໄດ້), ໂຕເຄື່ອງໃຊ້ CPU ເປັນ 1.0GHz TI OMAP Dual-core, ມີ Ram ຂະຫນາດ 1GB, ກ້ອງຖ່າຍຮູບ 8ລ້ານພິກເຊວ auto-focus, ຄວາມຈຳໃນໂຕເຄື່ອງ 8GB, ມີຊິບ NFC ແລະ ສາມາດກັນນ້ຳໄດ້ນຳເຊັ່ນດຽວກັບ Eluga Power.

ທີ່ມາ – Engadget, (2)

ລອງອ່ານກ່ຽວກັບ  ບໍລິສັດ BitTorrent ເຜີຍ ມີຍອດຜູ້ໃຊ້ 100ລ້ານ ຄົນຕໍ່ເດືອນ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to Konkz89 Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.