ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ເປີດໂຕ OS X Mountain Lion ລະບົບປະຕິບັດການເວີຊັ່ນໃຫມ່ສຳລັບ Mac

ຂ່າວໄອທີ

ຫລ້າສຸດ Apple ໄດ້ອອກມາເປີດໂຕ ລະບົບປະຕິບັດການເວີຊັ່ນໃຫມ່ 10.8 ສຳລັບເຄື່ອງ Mac ເຊິ່ງໃນເວີຊັ່ນນີ້ໃສ່ຊື່ວ່າ OS X Mountain Lion. ເຊິ່ງໃນເວີ່ຊັ່ນນີ້ກໍ່ໄດ້ມີການປ່ຽນແປງ ໂດຍການນຳເອົາຄວາມສາມາດໃນ iPad ຫລື iOS ເຂົ້າມາໃຊ້ໃນ Mac ໃຫ້ຫລາຍຂຶ້ນ, ເຊິ່ງໄດ້ແກ່: Game Center, ລະບົບແຈ້ງເຕືອນ (Notification Center), ແລະ Twitter.

ນອກນັ້ນແລ້ວໃນ OS X Mountain Lion ຍັງໄດ້ມີການເພີ່ມ Documents in the Cloud ທີ່ເວລາສ້າງເອກະສານ ຫລື ແກ້ໄຂ ມັນກໍ່ຈະອັບເດດໄປໄວ້ເທິງລະບົບ iCloud ແລ້ວນຳສົ່ງໄປຍັງທຸກອຸປະກອນທີ່ມີການເຊື່ອມຕໍ່ກັບບັນຊີນັ້ນ; ຕໍ່ມາກໍ່ເປັນ Share Sheets, ເປັນຄວາມສາມາດສຳລັບການແບ່ງປັນຮູບ, ລິ້ງ, ວິດີໂອ ໄປຍັງບໍລິການຕ່າງໆໃນອິນເຕີເນັດໄດ້ໂດຍກົງ ຈາກແອັບຯທີ່ກຳລັງໃຊ້ງານຢູ່;​ ນອກນັ້ນແລ້ວສຳລັບນັກພັດທະນາ ແລະ ຜູ້ໃຊ້ ອາດຈະຕ້ອງການຄວາມສາມາດນີ້ ເຊິງມັນຄື Gatekeeper, ເຊິ່ງ Gatekeeper ນີ້ຈະເປັນການເປີດໃຫ້ຜູ້ໃຊ້ສາມາດຄວບຄຸມວ່າ ແອບຯໃດສາມາດດາວໂຫລດ ແລະ ຕິດຕັ້ງລົງໄປໄດ້, ແຕ່ສຳລັບນັກພັດທະນາແລ້ວ ສາມາດສະມັກ ID ໃຫມ່ເພຶ່ອໃນການຂາຍແອັບຯຂອງຕົນ ຢູ່ທາງນອກ Mac App Store ໄດ້ ແລະ ຈະໄດ້ຮັບການຍືນຍັນໂຕວ່າເປັນນັກພັດທະນາທີ່ລົງທະບຽນກັບ Apple.

ຢ່າງໃດກໍ່ຕາມ OS X Mountain Lion ຍັງເປີດລຸ້ນ Preview ໃຫ້ສະເພາະກັບນັກພັດທະນາເທົ່ານັ້ນ. ສຳລັບເວີຊັ່ນສົມບູນຫນ້າຈະອອກມາໃນພາຍໃນປີນີ້ແນ່ນອນ.

ທີ່ມາ – Apple

ລອງອ່ານກ່ຽວກັບ  ເນັດບຸກ Chrom OS ຈະເປີດໂຕ ມິຖຸນານີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.