ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລຸດອອກມາແລ້ວ, ສະມາດໂຟນ LG ລຸ້ນຕໍ່ໄປ ກຳລັງຈະມາ ພ້ອມ Tegra 3

ຂ່າວໄອທີ

ຫລ້າສຸດ ມີຂ່າວລຸດອອກມາວ່າ: ສາມາດໂຟນຂອງທາງຟັ່ງ LG ລຸ້ນຕໍ່ໄປ ທີ່ຈະເປັນລຸ້ນຕາງຫນ້າຂອງ LG ກຳລັງຈະອອກມາ. ສິ່ງທີ່ເຮັດໃຫ້ຫລາຍຄົນຕືນເຕັ້ນຄື ສະມາດໂຟນຂອງ LG ລຸ້ນນີ້ຈະມາກັບ CPU Trega 3 Quad core ທີ່ໃຊ້ງານກັບ Asus Transformer Prime ທີ່ເລີ່ມວາງຂາຍໄປບໍ່ດົນນີ້. ນອກນັ້ນແລ້ວ, ສະມາດໂຟນລຸ້ນດັ່ງກ່າວນີ້ ຍັງຈະມາກັບຫນ້າຈໍຂະຫນາດ 4.7 ນິ້ວ (720 x 1280); ມາພ້ອມກ້ອງຫລັງ 8ລ້ານພິກເຊວ, ກ້ອງຫນ້າ 1.3ລ້ານພິກເຊວ; ທີ່ສຳຄັນແລ້ວ LG ລຸ້ນນີ້ຍັງຈະມາກັບລະບົບປະຕິບັດການ Android ລຸ້ນຫລ້າສຸດ Android 4.0 Ice Cream Sandwich ແລະ ຊິບ NFC ອີກດ້ວຍ.

ຢ່າງໃດກໍ່ຕາມ, ສະມາດໂຟນລຸ້ນດັ່ງກ່າວຍັງບໍ່ມີຊື່ລຸດອອກມາ, ແຕ່ມີການຄາດການວ່າ LG ຫນ້າຈະນຳມາເປີດໂຕໃນ ອາທິດຫນ້ານີ້. ຫາກເປັນແນວນັ້ນ ກໍ່ໄດ້ແຕ່ຫວັງວ່າລາຄາຈະບໍ່ແພງຈົນເກີນໄປ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Samsung ເຜີຍ Galaxy Tab ຂາຍໄດ້ 6 ແສນເຄື່ອງແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.