ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ຈະມີອອກ Microsoft Office ສຳລັບ iPad ແທ້ຫວາ?

ຂ່າວໄອທີ

ຫລ້າສຸດມີຮູບລຸດອອກມາ ທີ່ອ້າງວ່າເປັນ Microsoft Office ສຳລັບ iPad. ເຊິ່ງກໍ່ເຮັດໃຫ້ຫລາຍຄົນສົງໃສວ່າຮູບດັ່ງກ່າວນັ້ນ ເປັນຮູບທີ່ເຮັດປອມຂຶ້ນມາ. ນອກນັ້ນແລ້ວ ທາງ Microsoft ກໍ່ໄດ້ອອກມາປະຕິເສດ (ປະຕິເສດບໍ່ເຕັມປາກ), ໂດຍການບອກຄ່າວໆວ່າ ຈະເຜີຍຂໍ້ເທັດຈິງໃນອີກບໍ່ດົນນີ້. ຢ່າງໃດກໍ່ຕາມ ຫາກ Office ສຳລັບ iPad ອອກມາແທ້, ມັນກໍ່ເຮັດໃຫ້ຜູ້ຂຽນເອງອົດຄິດບໍ່ໄດ້ວ່າ, ມັນຈະເປັນການສົ່ງເສີມຕະຫລາດ iPad ຂຶ້ນໄປອີກລະດັບຫນຶ່ງ ເຊິ່ງອາດຈະເຮັດໃຫ້ແທັບເລັດ Windows 8 ທີ່ກຳລັງຈະອອກມາໃນອີກບໍ່ດົນນີ້ ຕີຕະຫລາດແທັບເລັດໄດ້ຍາກຂຶ້ນ. ແຕ່ກະບໍ່ແນ່ ຫາກ Microsoft ເຮັດອອກມາແທ້ ທາງ Microsoft ອາດຈະມີກົນລະຍຸດໃນການຈັດການຂອງຕົນເອງກໍ່ເປັນໄດ້, ແລະ ກໍ່ຕິດຕາມກັນຕໍ່ໄປວ່າຈະເປັນຈິງຫລືບໍ່.

ທີ່ມາ – The Verge, (1)

ລອງອ່ານກ່ຽວກັບ  Android 2.3 ອອກມາໃຫ້ອັບເດດແລ້ວ ສຳຫລັບ Nexus One

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.