ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ງານແຂ່ງຂັນ ພັດທະນາແຜນທີ່ປະເທດລາວ Lao Map Maker Competition

ຂ່າວໄອທີ

ຫລ້າສຸດມີງານດີໆ ທີ່ມີປະໂຫຍດມາແນະນຳໃຫ້ທ່ານຜູ້ອ່ານໄດ້ພິຈາລະນາ ແລະ ເຂົ້າຮ່ວມ. ເຊິ່ງການແຂ່ງຂັນນີ້ມີຊື່ວ່າ Lao Map Maker Competition. ເຊິ່ງການແຂ່ງຂັນດັ່ງກ່າວນີ້ຖືວ່າເປັນງານທີ່ມີປະໂຫຍດຫລາຍສຳລັບທັ້ງຜູ້ເຂົ້າຮ່ວມ, ຄົນໃນຊາດ ແລະ ຕ່າງຊາດ ເຊິ່ງຖືວ່າເປັນບາດກ້າວທີ່ດີໃນການພັດທະນາ. ຢ່າງໃດກໍ່ຕາມ, ສຳລັບທ່ານທີ່ຢາກເຂົ້າຮ່ວມງານນີ້ ແຕ່ບໍ່ຮູ້ຈະເລີມຕົ້ນ ຫລື ບໍ່ຮູ້ວ່າຈະຕ້ອງເຮັດແນວໃດ ທາງທີມງານເພີ່ນກໍ່ຍັງມີ ການເຝິກອົບຮົມ ກ່ອນການແຂ່ງຂັ້ນອີກດ້ວຍ. ສຳລັບລາຍລະອຽດການແຂ່ງຂັນດັ່ງກ່າວທີດັ່ງລຸ່ມນີ້.

——————————

Google ຮ່ວມກັບ GTUG Vientiane ສະເໜີການແຂ່ງຂັນ Lao Map Maker Competition ເຊິ່ງເປັນໂຄງການທີ່ໃຫ້ທ່ານໄດ້ຮ່ວມເປັນສ່ວນນຶ່ງເພື່ອສ້າງແຜນທີ່ຂອງປະເທດລາວໃຫ້ສົມບູນຍິ່ງຂຶ້ນດ້ວຍໂຕຂອງທ່ານເອງ! ໂດຍການນຳໃຊ້ Google Map Maker

ທ່ານຈະສາມາດສ້າງແຜນທີ່ທົ່ວປະເທດໄດ້ ບໍ່ວ່າຈະເປັນບ່ອນໃດກໍຕາມ ທ່ານສາມາດເພີ່ມສະຖານທີ່ ເຊັ່ນ ຖະໜົນຫົນທາງ, ຫ້າງຮ້ານ, ສວນສາທາລະນະ, ໂຮງຮຽນ, ໂຮງໝໍ, ສະຖານສຶກສາ ແລະອີກຫຼາກຫຼາຍໝວດສະຖານທີ່ທີ່ທ່ານມີສ່ວນຮ່ວມໄດ້.
ນອກຈາກການມີສ່ວນຮ່ວມເພື່ອປັບປຸງ Google Maps ໃຫ້ຮູ້ຈັກກັບສະຖານທີ່ຕ່າງໆ ໃນລາວແລ້ວ ຜູ່ເຂົ້າຮ່ວມການແຂ່ງຂັນຍັງຈະໄດ້ມີສິດລຸ້ນ Samsung Galaxy Tab 7.0 Plus ພ້ອມດ້ວຍໂທລະສັບມືຖື Sony Xperia Ray ແລະເສື້ອຢືດ Lao Map Maker Competition ຮວມມູນຄ່າກວ່າ 10 ລ້ານກີບ!

ທ່ານສາມາດອ່ານລາຍລະອຽດກ່ຽວກັບກົດລະບຽບດ້ານລຸ່ມ:

ກົດກະຕິກາສຳລັບຜູ່ເຂົ້າຮ່ວມ Lao Map Maker Competition

  1. ກິດຈະກຳນີ້ເປີດໃຫ້ບຸກຄົນທີ່ສົນໃຈ ບໍ່ຈຳກັດເພດ, ວຸດທິການສຶກສາ ແລະອາຊີບ ອາຍຸຕັ້ງແຕ່ 15 ປີຂຶ້ນໄປ
  2. ບໍ່ອະນຸຍາດໃຫ້ສະມາຊິກຮວມເຖິງຄົນໃນຄອບຄົວຂອງ GTUG Vientiane ຫຼືທີມງານ ແລະຜູ່ທີ່ມີສ່ວນກ່ຽວຂ້ອງກັບການຈັດງານ ເຂົ້າຮ່ວມໂຄງການນີ້
  3. ໄລຍະເວລາຂອງການແຂ່ງຂັນແມ່ນເລີ່ມຈາກວັນທີ 8 ມີນາ 2012 ເວລາ 12:01 AM ເຖິງ 21 ມີນາ 2012 ເວລາ 11:59 PM
  4. ຜູ່ເຂົ້າຮ່ວມການແຂ່ງຂັນທຸກຄົນ ຕ້ອງລົງຊື່ໃນແບບຟອມເຂົ້າຮ່ວມກ່ອນ ຈຶ່ງຈະຖືວ່າເຂົ້າຮ່ວມກິດຈະກຳນີ້ ໂດຍສາມາດລົງຊື່ສະໝັກເຂົ້າຮ່ວມໄດ້ໃນງານເຝິກອົບຮົມວັນທີ 29 ກຸມພາ 2012 ທີ່ສະໂມສອນໃຫຍ່, ມະຫາວິທະຍາໄລແຫ່ງຊາດ ຫຼືທີ່ເວັບໄຊ http://vientiane.gtugs.org/ ການລົງຊື່ ສາມາດເຮັດໄດ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຈົນຮອດມື້ສຸດທ້າຍຂອງການແຂ່ງຂັນ
  5. ຜູ່ເຂົ້າຮ່ວມການແຂ່ງຂັນ ຈະຕ້ອງມີ Google Account ແລະ Gmail
  6. ການນັບຄະແນນຜູ່ເຂົ້າຮ່ວມເພື່ອຄັດເລືອກຜູ່ຊະນະແມ່ນອີງຕາມເງື່ອນໄຂລຸ່ມນີ້:
    ກ. ມີອົງປະກອບພື້ນຖານສອງຢ່າງຄື ຊື່ສະຖານທີ່ ແລະໝວດຂອງສະຖານທີ່ ໂດຍມີທັງພາສາລາວ ແລະພາສາອັງກິດ (ຍົກເວັ້ນໃນກໍລະນີພາສາໃດນຶ່ງບໍ່

    ມີແທ້ໆຈຶ່ງຈະຍົກເວັ້ນ) ນັບເປັນ 200​ ຄະແນນ

    ຂ. ເບີໂທຕິດຕໍ່, ເວັບໄຊ ແລະ/ຫຼື ອີເມລ ຢ່າງໃດຢ່າງນຶ່ງ ຫຼືທັງໝົດ ນັບເປັນ 50 ຄະແນນ
    ຄ. ລະບຸຮູບແບບຂອງສະຖານທີ່ຖືກຕ້ອງ ເຊັ່ນ ເປັນຈຸດ (Point), ເປັນອານາເຂດ (Boundary) ຫຼືຮູບລັກສະນະຂອງຕຶກ (Building outline) ນັບເປັນ 50 ຄະແນນ
    ງ. ການເພີ່ມສະຖານທີ່ຕໍ່ໄປນີ້ ແມ່ນຈະໄດ້ຮັບຄະແນນພິເສດ 60 ຄະແນນຕໍ່ສະຖານທີ່ ຄື: ໂຮງຮຽນ, ວິທະຍາໄລ, ໂຮງໝໍ, ຄລີນິກ, ຮ້ານຂາຍຢາ, ວັດວາອາຮາມ, ຫ້ອງການໜ່ວຍງານລັດຖະບານ ແລະຫ້ອງການປົກຄອງທ້ອງຖິ່ນ.
    ຈ. ການເພີ່ມຂໍ້ມູນທີ່ບໍ່ຖືກຕ້ອງ ມີລັກສະນະເປັນ SPAM ແມ່ນຈະຖືກຫັກຄະແນນ 50 ຄະແນນຕໍ່ສະຖານທີ່
    ສ. ການລະບຸຊື່ສະຖານທີ່ຜິດພາດ ຈະຖືກຫັກ 10 ຄະແນນຕໍ່ສະຖານທີ່
    ຊ. ການສ້າງຂໍ້ມູນສະຖານທີ່ ທີ່ບໍ່ປາກົດເຫັນໃນພາບຖ່າຍດາວທຽມ ໂດຍບໍ່ລະບຸເຫດຜົນທີ່ຊັດເຈນ ຈະຖືກຫັກຄະແນນ 20 ຄະແນນ
    ຍ. ການລະບຸໝວດສະຖານທີ່ຜິດ ຈະຖືກຫັກ 20 ຄະແນນ

    ຜູ່ທີ່ສາມາດສະສົມຄະແນນໄດ້ສູງສຸດ ແມ່ນຖືເປັນຜູ່ຊະນະໃນການແຂ່ງຂັນນີ້

  7. ຂອງຮາງວັນສຳລັບການແຂ່ງຂັນ ມີລາຍລະອຽດດັ່ງຕໍ່ໄປນີ້:
    – ຜູ່ຊະນະເລີດຈະໄດ້ຮັບແທັບເລັດ Samsung Galaxy Tab 7″ ມູນຄ່າ 4.181.000 ກີບ ຮວມມີ 1 ຮາງວັນ
    – ຮອງຊະນະເລີດຈະໄດ້ຮັບໂທລະສັບມືຖື Sony Xperia Ray ມູນຄ່າ 2.627.000 ກີບ ຮວມມີ 1 ຮາງວັນ
    – ສຳລັບຜູ່ທີ່ໄດ້ຄະແນນຮອງຈາກສອງອັນດັບຂ້າງຕົ້ນ ຈະໄດ້ຮັບເສື້ອຢືດ Lao Map Maker Competition ຄົນລະ 1 ຜືນ ຮວມມີ 50 ຮາງວັນ
  8. ການເພີ່ມສະຖານທີ່ສ່ວນບຸກຄົນ ເຊັ່ນ ທີ່ພັກອາໄສສ່ວນໂຕ ແມ່ນຈະບໍ່ຖືກນັບເປັນຄະແນນໃນການແຂ່ງຂັນ
  9. ການມີເຈດຕະນາແຈ້ງຊື່ ຫຼືຂໍ້ມູນຕຶດຕໍ່ທີ່ບໍ່ກົງກັບຄວາມເປັນຈິງ ແມ່ນຖືວ່າຈະຖືກຕັດສິດຈາກການແຂ່ງຂັນ
  10. ການມີເຈດຕະນາໃຫ້ຂໍ້ມູນໃນແຜນທີ່ບໍກົງກັບຄວາມເປັນຈິງຂອງສະຖານທີ່ ແມ່ນຖືວ່າຈະຖືກຕັດສິດຈາກການແຂ່ງຂັນ
  11. ການເຂົ້າຮ່ວມກິດຈະກຳນີ້ ແມ່ນຕ້ອງຍອມຮັບກົດລະບຽບທີ່ທາງໂຄງການໄດ້ວາງອອກ ເມື່ອທ່ານເຂົ້າຮ່ວມແລ້ວ ຖືວ່າຍອມຮັບໃນກົດລະບຽບຕ່າງໆ ໂດຍສົມບູນ
  12. ການຕັດສິນຂອງຄະນະທີມງານຮັບຜິດຊອບກິດຈະກຳ ຖືເປັນອັນສິ້ນສຸດຂອງຂໍ້ຂັດແຍ່ງໃດໆ ທີ່ເກີດຂຶ້ນ
  13. ການປະກາດຜົນການແຂ່ງຂັນ ແມ່ນຈະຈັດຂຶ້ນໃນວັນເສົາ ທີ 23 ມີນາ 2012 ທີ່ມະຫາວິທະຍາໄລແຫ່ງຊາດ ແລະຈະມີລາຍຊື່ຂຶ້ນແຈ້ງການຜ່ານເວັບໄຊhttp://vientiane.gtugs.org/ ໃນພາຍຫຼັງ.

ພິເສດ! ທາງ GTUG Vientiane ຈະໄດ້ຈັດງານ Training Workshop ຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 29 ກຸມພາ 2012 ເວລາ 1:30 PM ເຖິງ 5:30 PM ເພື່ອສາທິດການນຳໃຊ້ Google Map Maker ເພື່ອເພີ່ມສະຖານທີ່ເຂົ້າໄປໃນ Google Maps ເຊິ່ງງານດັ່ງກ່າວນີ້ ສາມາດເຂົ້າຮ່ວມໄດ້ຟຣີ!

ຂໍ້ມູນເພີ່ມເຕີມ ຕິດຕໍ່ອີເມລ [email protected] ຫຼືໂທລະສັບ 020 7777 1900.

——————————

ສຳລັບການສະຫມັກເຂົ້າຮ່ວມການແຂ່ງຂັນນີ້, ສາມາດເຂົ້າໄປທີ່ http://vientiane.gtugs.org/events/lao-map-maker-competition

ລອງອ່ານກ່ຽວກັບ  ໄມ​ໂຄ​ຊອ​ຟົທ໌​ເດໂມຟີ​ເຈີລ໌ IE9 ທຽບກັບ Safari 5

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.