ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ອອກບຼາວເຊີ Chrome ລຸ້ນ Beta ສຳລັບ Android ແລ້ວ

ຂ່າວໄອທີ

 

ເປັນຂໍ້ສົງໃນ ແລະ ເປັນສິ່ງທີ່ຜູ້ໃຊ້ຖ້າມາດົນພໍສົມຄວນ ສຳລັບ Google Chrome ເທິງ Android. ຫລ້າສຸດ Google ກໍ່ໄດ້ປ່ອຍ Google Chrome ລຸ້ນທົດລອງສຳລັບ ລະບົບປະຕິບັດການ Android. ຄວາມສາມາດໃນເບື້ອງຕົນຂອງ Google Chrome ສຳລັບ Android ນີ້ກໍ່ບໍ່ນ້ອຍຫນ້າໄປກວ່າລຸ້ນເທິງ PC; ແຖມຍັງສາມາດເຮັດວຽກຮ່ວມກັບ Google Chrome ເທິງ PC ໄດ້ຢ່າງດີອີກດ້ວຍ ເຊັ່ນ:

  • ສາມາດຄົ້ນຫາ ແລະ ເຂົ້າເວັບໄດ້ໃນບ່ອນດຽວຄື Address bar ເຊິ່ງ Google ເອີ້ນວ່າ omnibox.
  • ສາມາດເປີດ ແລະ ສັບປ່ຽນ ແທັບໄດ້ບໍ່ຈຳກັດ.
  • ໃຊ້ບັນຊີ Chrome Store ທີ່ໃຊ້ເທິງຄອມພິວເຕີລັອກອິນ ຈະສາມາດ Sync​ bookmark ແລະ ແທັບທີ່ໄດ້ເປີດປະໄວ້ເທິງຄອມພິວເຕີໄດ້ທັນທີ.
  • ສາມາດສົ່ງຫນ້າເວັບຈາກ Chrome ເທິງຄອມພິວເຕີ່ໄປຍັງ ໂທລະສັບ ແລະ ແທັບເລັດ Android ໄດ້ງ່າຍສຸດໆ ແຖມຍັງສາມາດອ່ານແບບ offline ໄດ້ອີກດ້ວຍ.
  • ຮອງຮັບການທ່ອງເວັບແບບ private ອີກດ້ວຍ.

ຢ່າງໃດກໍ່ຕາມ, ໃນ Google Chrome ສຳລັບ Android ລຸ້ນທົດລອງນີ້ຈະສາມາດໃຊ້ງານເທິງ Android 4.0 ຂຶ້ນໄປເທົ່ານັ້ນ ຫາກໃຜທີ່ໃຊ້ງານ Android 4.0 ຢູ່ ກໍ່ລອງໄປດາວໂຫລດມານຳໃຊ້ໄດ້ເລີຍຈາກ https://market.android.com/details?id=com.android.chrome

ລອງອ່ານກ່ຽວກັບ  Microsoft ອອກ App Bing Search ລູ້ນສຳລັບ​ iPad ໂດຍສະເພາະແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.