ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຫລິ້ນເກມມືປືນຮັບຈ້າງ Contract Killer ເທິງ Google Chrome

FREE WARE

Facebook ບໍ່ມີໃຜອອນໄລນ໌, ໃນເວັບທີ່ມັກບໍ່ມີຫຍັງອ່ານ, ຢາກຫລິ້ນເກມ ແຕ່ສະເປັກຄອມບໍ່ແຮງ; ຕ້ອງມານີ້ເລີຍ ມາຫລິ້ນ Contract Killer ເພຶ່ອເປັນມືປືນ. Contract Killer ຖືວ່າເປັນເກມຫນຶ່ງທີ່ໄດ້ຮັບຄວາມນິຍົມຫລາຍໃນ Android ແລະ iOS. ແຕ່ປະຈຸບັນນີ້ໄດ້ອອກເວີຊັ່ນທີ່ສາມາດຫລິ້ນຢູ່ເທິງເວັບບຼາວເຊີໄດ້ແລ້ວ ໂດຍເປັນ Google Chrome. ສຳລັບເກມນີ້ ຈະເປັນການພອດມາຈາກເວີຊັ່ນຂອງ Android ແລະ iOS; ສະນັ້ນທຸກຢ່າງຈະຄືກັນທຸກປະການ.

ສຳລັບເກມນີ້ສາມາດຫລີ້ນໄດ້ແບບ Offline, ແຕ່ໃນການເປີດຫລິ້ນເກມເທຶ່ອທຳອິດອາດຈະດົນຫນ້ອຍຫນຶ່ງ ເພາະຕ້ອງໄດ້ມີການດາວໂຫລດ ເອົາຂໍ້ມູນເກມ ມາເກັບໄວ້ ປະມານ 300MB. ສຳລັບໃຜທີ່ຢາກລອງຫລິ້ນ ກໍ່ສາມາດເຂົ້າໄປດາວໂຫລດໄດ້ຫລ້າໆເລີຍ ຈາກ Chrome Web Store.

ດາວໂຫລດ – https://chrome.google.com/webstore/detail/meklndaflopgghbomkdpofehonfclipi

ລອງອ່ານກ່ຽວກັບ  ໃຊ້ Chrome ໃຫ້ໄວຂຶ້ນ ດ້ວຍ"ຄີຍ໌ລັດ"

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.