ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຄື່ອງມື Capture ຫນ້າເວັບສຸດເທບ ສຳລັບ Google Chrome

FREE WARE

ສຳລັບຄົນທີ່ມັກໃຊ້ Google Chrome ແລະ ເປັນຄົນທີ່ມັກໃຊ້ Print Screen ຫນ້າເວັບອາດຈະຖືກໃຈເປັນທີ່ສຸດ ໃນສ່ວນເສີມທີ່ເປັນເຄື່ອງມືສຳລັບ Capture ຫລື ບັນທຶກຫນ້າຈໍ (ຫນ້າເວັບ) ແລະ ຊື່ຂອງມັນກໍ່ຄື Awesome Screenshot.

ຂໍ້ດີຂອງ Awesome Screenshot ກໍ່ຄື: ໃຊ້ງານງ່າຍ ແລະ ວ່ອງໄວ. ຈຸດທີ່ຫນ້າສົນໃຈກໍ່ຄື Awesome Screenshot ສາມາດເລືອກບັນທຶກຫນ້າເວັບໄດ້ແບບທັ້ງເວັບ ແລະ ແບບໃນສ່ວນທີ່ສະແດງຜົນໃນຂະນະນັ້ນ; ນອກຈາກນັ້ນແລ້ວ ຫລັງຈາກການບັນທຶກ ໃນ Awesome Screenshot ຍັງມີຫນ້າສຳລັບການແກ້ໄຂ ຫລື ເພີ່ມເຕີມລົງໄປໃນຮູບທີ່ບັນທຶກມາອີກດ້ວຍ ເຊັ່ນ: ໃສ່ລູກສອນ, ວົງມົນ, ເບຼີຮູບ ຫລື ຈຸດທີ່ຕ້ອງການ, ຕັດຕໍ່, ຫຍໍ້ຂະຫນາດ ແລະ ອື່ນໆອີກ.

ສຳລັບການໃຊ້ງານນັ້ນງ່າຍຫລາຍ, ພຽງແຕ່ເຂົ້າໄປດາວໂຫລດ Awesome Screenshot ຈາກ Chrome Web Store ມາຕິດຕັ້ງລົງໄປໃນ Google Chrome ຂອງທ່ານ. ແລ້ວກໍ່ຈະເຫັນຮູບ icon ເປັນຮູບເລນກ້ອງຖ່າຍຮູບຂຶ້ນມາໃນແທບເຄື່ອງມື. ຫລັງຈາກນັ້ນເວລາທີ່ຕ້ອງການໃຊ້ງານກໍ່ພຽງແຕ່ຄິກເຂົ້າໄປທີ່ຮູບ ເລນກ້ອງຖ່າຍຮູບດັງກ່າວ, ແລ້ວກໍ່ເລືອກຕາມນີ້:

– Capture Visible part of page – ບັນທຶກສະເພາະທີ່ສະແດງຜົນ ຫລື ເຮົາເຫັນໃນຕອນນັ້ນ.

– Capture Entire page – ສຳລັບບັນທຶກເອົາຫມົດທັ້ງຫນ້າຕັ້ງແຕ່ຫົວເວັບ ຈົນເຖິງທ້າຍເວັບ (ຕ້ອງເລື່ອນລົງມາທ້າຍສຸດຂອງເວັບກ່ອນ).

ຫລັງຈາກ ທີ່ຕົບແຕ່ງ ຫລື ໄດ້ຮູບມາຕາມທີ່ຕ້ອງການແລ້ວ ກໍ່ສາມາດກົດ Save ໄຟລ໌ຮູບ ມາໄວ້ໃນຄອມ ຫລື ຈະອັບໂຫລດໄປໄວ້ທີ່ Diigo.com ກໍ່ໄດ້.

ດາວໂຫລດ – https://chrome.google.com/webstore/detail/alelhddbbhepgpmgidjdcjakblofbmce

ລອງອ່ານກ່ຽວກັບ  RockMelt ບຼາວ​ເຊີລ໌ ສຳຫລັບ Social network ໂດຍສະເພາະ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.