ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MWC 2012: Asus ເປີດໂຕສະມາດໂຟນ Padfone

ຂ່າວໄອທີ, ໂທລະສັບ

ນອກຈາກ Transformer Pad 300 ແລ້ວ, ທາງ Asus ຍັງໄດ້ເປີດໂຕໂທລະສັບສະມາດໂຟນຂອງຕົນເອງອີກດ້ວຍ, ໂດຍລຸ້ນນີ້ມີຊື່ວ່າ Padfone. ສຳລັບ​ Padfone ນີ້ຈະມາກັບຫນ້າຈໍຂະຫນາດ 4.3 ນິ້ວ ທີ່ມີຫນ່ວຍປະມວນຜົນພາບເປັນ Adreno 225 GPU ແລະມີຫນ່ວຍປະມວນຜົນກາງເປັນ Snapdragon dual-core S4. ເປັນທີ່ແນ່ນອນ, ສະມາດໂຟນລຸ້ນນີ້ຈະມາກັບ Android 4.0. ສຳຫລັບໂຕເຄື່ອງຂອງ Padfone ຈະມີຜິວເນຶ່ອຄ້າຍໆກັບ Transformer Pad 300, ແຖມຍັງມີຄວາມບາງບໍ່ດ້ອຍໄປກວ່າສະມາດໂຟນຂອງເຈົ້າອື່ນ. ນອກນັ້ນແລ້ວ Padfone ຍັງຈະມາກັບຄວາມຈຳຫລາຍຂະຫນາດ ເຊິ່ງຈະມີໃຫ້ເລືອກຕັ້ງແຕ່ 16GB ເຖິງ 64GB.

ຢ່າງໃດກໍ່ດີ, ລຸ້ນນີ້ທາງ Asus ເອງຍັງບໍ່ໄດ້ແຈ້ງກຳນົດການວາງຂາຍຢ່າງເປັນທາງການ. ແຕ່ຜູ້ຂຽນເຊຶ່ອວ່າ ຫນ້າຈະບໍ່ກາຍກາງປີນີ້ຢ່າງແນ່ນອນ. ເພາະບໍ່ເຊັ່ນນັ້ນ ອາດຈະຊ້າເກີນໄປ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Skype ສຳລັບ iOS ອັບເດດເປັນ 3.0 ຮອງຮັບ Video call

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.