Posts Comments

ທ່ານກຳລັງຢູ່: ຫນ້າຫລັກ » Android Apps, ຂ່າວໄອທີ » Wikipedia ອອກແອັບຯສຳລັບ Android ຢ່າງເປັນທາງການແລ້ວ

ຫລ້າສຸດທາງເວັບໄຊຕ໌ Wikipedia ເວັບສາລານຸກົມອັນດັບຫນຶ່ງຂອງໂລກ ກໍ່ໄດ້ອອກແອັບຯສຳລັບອຸປະກອນ Android ຢ່າງເປັນທາງການແລ້ວ. ຫລັງຈາກທີ່ກ່ອນຫນ້ານີ້ປ່ອຍໃຫ້ຜູ້ໃຊ້ຕ້ອງອົດທົນໃຊ້ງານ ແອັບຯຈາກພັດທະນາລາຍອື່ນມາດົນ. ໃນເວີຊັ່ນທຳອິດຂອງ Wikipedia For Android ນີ້ກໍ່ມີຄວາມສາມາດທີຫນ້າສົນໃຈຫລາຍ ເຊິ່ງໄດ້ແກ່:

  • ຈັດເກັບບົດຄວາມໄວ້ອ່ານຕາມຫລັງ (ແບບອອຟໄລນ໌).
  •  ຄົ້ນຫາບົດຄວາມ ຕາມສະຖານທີ່ ທີ່ຢູ່ໃກ້.
  • ແບ່ງປັນບົດຄວາມໄດ້ ດ້ວຍຄວາມສາມາດ Share ທີ່ມາໃນ Android.
  • ສາມາດອ່ານບົດຄວາມໄດ້ໃນຫລາຍພາສາ.
  • ການສະແດງ ແລະ ການຄົ້ນຫາແບບເຕັມຫນ້າຈໍ.

ເຫັນຄວາມສາມາດແລ້ວ ກໍ່ເປັນຕາໂຫລດມາເກັບໄວ້ໃນເຄື່ອງ ສຳລັບນັກສຶກສາ ຫລື ນັກຫາຄວາມຮູ້ຮອບໂຕ ຕ້ອງບໍ່ພາດ. ສາມາດດາວໂຫລດໄດ້ຫລ້າໆທີ່ https://market.android.com/details?id=org.wikipedia

ທີ່ມາ – Android Market

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ

ບ່ອນສະເເດງຄວາມຄິດເຫັນ

ທ່ານຕ້ອງ ລັອກອິນ ຫລື ສະຫມັກສະມາຊິກ ກ່ອນ ຈຶ່ງຈະສາມາດຕອບ ຫລື ໂພສຄວາມເຫັນໄດ້.

ຂຶ້ນໄປເທິງສຸດ

Copyright © 2009-2012 Souliyo Co., Ltd. All Rights Reserved.
ຂ່າວໄອທີ  •  Free Ware  •  Gadget  •  ຂ່າວດ່ວນ  •  Tips and Trick  •  ລາຍງານພິເສດ  •  ຕິດຕໍ່ເຮົາ