ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແອັບຯສຳລັບພິມພາສາລາວ ເທິງ iPhone ໂດຍບໍ່ຕ້ອງ Jailbreak

How To..., iOS Apps

ທ່ານທີ່ໃຊ້ iPhone, iPod touch ແລະ iPad ອາດຈະມີປັນຫາທີ່ຢາກພິມພາສາລາວໃນອຸປະກອນຂອງຕົນເອງ, ແຕ່ຕິດຢູ່ທີ່ ຕ້ອງເຮັດການ Jailbreak ແລ້ວຕິດຕັ້ງຄີບອດແບບດັດແປງລົງໄປ ເຊິ່ງສຳລັບຜູ້ໃຊ້ທົ່ວໄປທີ່ບໍມີຄວາມຊຳນານໃນການເຮັດ Jailbreak ກໍ່ອາດຈະລຳບາກ ແລະ ບໍ່ຮູ້ວ່າຈະຕ້ອງເຮັດແນວໃດ. ສະນັ້ນ ບົດຄວາມນີ້ຂໍແນະນຳອີກຫນຶ່ງທາງເລືອກທີ່ງ່າຍ (ແຕ່ບໍ່ງ່າຍເວລາໃຊ້ງານ) ໃນການທີ່ຈະຕິດຕັ້ງແປ້ນພິມພາສາລາວເທິງອຸປະກອນ iDevice ເຊິ່ງເປັນແອັບຯທີ່ຊື່ວ່າ Unicoder. (ສາມາດເຂົ້າໄປ App Store ແລ້ວພິມ Unicoder)

Unicoder ມີທັງເວີຊັ່ນແຈກລ້າ ແລະ ເວີຊັ່ນທີ່ຕ້ອງຊື້, ແນະນຳໃຫ້ທ່ານດາວໂຫລດເວີຊັ່ນແຈກລ້າດີກວ່າ. ຫລັງຈາກດາວໂຫລດແລະຕິດຕັ້ງສຳເລັດຮຽບຮ້ອຍແລ້ວ ກໍ່ໃຫ້ທ່ານເຂົ້າໄປເປີດແອັບຯດັ່ງກ່າວຂຶ້ນມາ ແລ້ວກໍ່ມາປະຕິບັດຕາມ ຫລື ເບິງວິທີການໃຊ້ງານເບື້ອງຕົ້ນ ທາງລຸ່ມນີ້.

ເມຶ່ອເປີດແອັບຯຂຶ້ນມາ ກໍ່ຈະເຫັນຕາມຮູບ(ດ້ານຊ້າຍ) ທາງລຸ່ມນີ້, ໃຫ້ທ່ານພິມຄຳວ່າ lao ລົງໄປໃນຊ່ອງຄົ້ນຫາ ແລ້ວກົດທີ່ປຸ່ມ Search ຕາມທີ່ເຫັນໃນຮູບ(ດ້ານຊ້າຍ), ແລ້ວທ່ານກໍ່ຈະເຫັນໂຕອັກສອນພາສາລາວປາກົດຂຶ້ນມາຕາມຮູບດ້ານຂວາມື.

ເມຶ່ອເຫັນໂຕອັກສອນລາວແລ້ວ ກໍ່ລົງມືພິມສິ່ງທີ່ທ່ານຢາກພິມລົງໄປ (ຫາກຕ້ອງການພິມພາສາອັງກິດປົນ ແນະນຳສະລັບເປັນ Keyboard ແບບປົກກະຕິໄດ້). ໃນນີ້ຜູ້ຂຽນເອງທົດລອງພິມສັ້ນໆ ແລະ ກໍ່ໄດ້ຕາມຮູບທາງດ້ານຊ້າຍມື ດ້ານລຸ່ມນີ້. ເມຶ່ອສຳເລັດແລ້ວ ຢາກນຳໄປໃຊ້ໃນ Facebook ຫລື ແອັບຯອື່ນໆກໍ່ພຽງແຕ່ຈ້ຳໄປທີ່ບ່ອນຫວ່າງໃນຊ່ອງສະແດງໂຕຫນັງສື ແລ້ວກໍ່ຈະເຫັນຕົວເລືອກຂຶ້ນມາ ໃຫ້່ເລືອກເອົາ Select All ເພຶ່ອເລືອກເອົາທຸກຂໍ້ຄວາມທີ່ພິມລົງໄປຕາມຮູບ(ດ້ານຂວາ) ທາງລຸ່ມນີ້.

ຫລັງຈາກກົດ Select All ແລ້ວ ກໍ່ຈະມີຕົວເລືອກຂຶ້ນມາໃຫ້ເລືອກ ຄື Cut, Copy ແລະ Find. ຕາມຮູບ(ດ້ານຊ້າຍ)ທາງລຸ່ມນີ້ ໃຫ້ທ່ານເລືອກກົດ Copy ເພຶ່ອຈະເອົາໄປໃຊ້ງານໃນແອັບອື່ນ. ຫລັງຈາກນັ້ນກໍ່ເຂົ້າໄປແອັບທີ່ທ່ານຕ້ອງການຈະນຳໄປໃຊ້ ໃນນີ້ ຂພຈ ເລືອກໃຊ້ Facebook ກໍ່ພຽງແຕ່ເຂົ້າໄປຊ່ອງຂໍ້ຄວາມອັບເດດ ແລ້ວກໍ່ຈ້ຳໄປທີ່ຫນ້າຈໍຫວ່າງໆ ແລ້ວກໍ່ຈະເຫັນຕົວເລືອກຂຶ້ນມາ, ໃຫ້ກົດ Paste ຕາມຮູບ(ດ້ານຂວາ) ທາງດ້ານລຸ່ມນີ້.

ພຽງເທົ່ານີ້ ທ່ານກໍ່ຈະສາມາດໂພສ ຫລື ສົ່ງຂໍ້ຄວາມຕ່າງໆເປັນພາສາລາວໄດ້ ຕາມຮູບທາງດ້ານລຸ່ມນີ້ ໂດຍບໍ່ຕ້ອງ Jailbreak ແລະບໍ່ຕ້ອງຫຍຸ້ງຍາກ ພຽງເຂົ້າໄປດາວໂຫລດແອັບດັ່ງກ່າວໃນ App Store.

ລອງອ່ານກ່ຽວກັບ  ແນະນໍາ ແອັບຯ ອະທິບາຍຄໍາສັບກົດໝາຍ - LaoLaw Terms ຄົ້ນຫາຄໍາສັບກົດໝາຍງ່າຍຂຶ້ນ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ທ່ານ souliyo ຮູ້ App ຄີບອດແບບດັດແປງ ບໍ່?ຊ່ວຍແບ່ງໃຫ້ແດ່.Thank

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.