ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Lenovo ເປີດໂຕແທັບເລັດ IdeaTab S20 10″ ມາພ້ອມ Android 4.0

ຂ່າວໄອທີ, ແທັບເລັດ

 

ໃນງານ CES 2012 ທາງ Lenovo ກໍ່ບໍ່ນ້ອຍຫນ້າ, ເປີດໂຕແທັບເລັດລຸ້ນປະສົມຂອງຕົນເອງ ທີ່ມີຊື່ລຸ້ນວ່າ  IdeaTab S20 10″, ເຊິ່ງໃນ  IdeaTab S20 10″ ຈະມີຫນ້າຕາຂະຫນາດ 10ນິ້ວ ຕາມຊື່ຂອງລຸ້ນ ທີ່ມີຄວາມລະອຽດ 1,280 x 800 ແລະເປັນຈໍ LED-backlit IPS ແລະ ມີຄວາມບາງບໍ່ແພ້ Samsung Galaxy Tab 10.1 ຫລື Asus Transformer Prime ເລີຍ. ໃນສ່ວນຂອງ CPU ຈະເປັນ Snapdragon  Dual-core ຄວາມໄວ 1.5GHz, ມີ Ram ຂະຫນາດ 1GB, ຮອງຮັບ 3G ພ້ອມກັບຮອງຮັບການໂທເຂົ້າ-ໂທອອກດ້ວຍ, ຫນ່ວຍຄວາມຈຳໃນເຄື່ອງ 64GB, ສາມາດໃຊ້ງານຕໍ່ເນື່ອງໄດ້ເຖິງ 9ຊົ່ວໂມງ, ມີກ້ອງຫນ້າ 1.3ລ້ານພິກເຊວ, ກ້ອງຫລັງ 5ລ້ານພິກເຊວ, Micro HDMI  ແລະ ທີ່ສຳຄັນຍັງມີແປ້ນພິມທີ່ເປັນດ໊ອກຕໍ່ພາຍນອກ ເພຶ່ອປ່ຽນໃຫ້ເປັນແລັບທັອບອີກດ້ວຍ.

ຢ່າງໃດກໍ່ຕາມທາງ Lenovo ຍັງບໍ່ທັນໄດ້ຍືນຍັນ ຫລື ປະການກຳນົດວາງຂາຍຂອງແທັບເລັດລຸ້ນນີ້, ທາງເວັບຈະພະຍາຍາມຕິດຕາມ ແລະ ນຳມາບອກ ຫາກມີການປະກາດວາງຂາຍ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Lenovo ເປີດໂຕ IdeaTV K91 ໂທລະທັດຫນ້າຈໍ 55ນິ້ວ ມາພ້ອມ ICS

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.