ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HTC Flyer ໄດ້ຮັບການອັບເກຼດເປັນ Android 3.2 Honeycomb ແລ້ວ

ຂ່າວດ່ວນ, ຂ່າວໄອທີ, ແທັບເລັດ

ຫລ້າສຸດ ມີຜູ້ໃຊ້ໃນເວັບ XDA-Developer ລາຍງານວ່າໄດ້ຮັບການແຈ້ງເຕືອນໃຫ້ອັບເກຼດລະບົບປະຕິບັດການໃນ HTC Flyer ຂອງຕົນເອງໃຫ້ເປັນ Android 3.2 Honeycomb. ເຊິ່ງໃນລາຍງານຫລັງຈາກນັ້ນ ກໍ່ມີຜູ້ໃຊ້ອີກຫລາຍຄົນມາຍືນຍັນວ່າໄດ້ຮັບແລ້ວ, ໂດຍມີທັງລຸ້ນ 3G ແລະ ລຸ້ນທີ່ເປັນ Wifi ທັງໃນອະເມລິກາ ແລະ ອັງກິດ. ສຳລັບທ່ານໃດທີ່ໃຊ້ HTC Flyer ຢູ່ແຕ່ຍັງບໍ່ໄດ້ຮັບການແຈ້ງເຕືອນໃຫ້ອັບເກຼດ ກໍ່ລອງເຂົ້າໄປເມນູຕັ້ງຄ່າ ແລ້ວໄປກວດເຊັກເບິງໄດ້ແລ້ວມື້ນີ້.

ຢ່າງໃດກໍ່ຕາມ, ຫລັງຈາກທີ່ມີການຖ້າມາດົນ ເລີຍເຮັດໃຫ້ຜູ້ໃຊ້ຄິດວ່າ HTC ອາດຈະຂ້າມໄປອັບເກຼດໃຫ້ເປັນ Android 4.0 ເລີຍ, ແຕ່ກໍ່ຍັງອອກມາເປັນ Android 3.2 ເຊິ່ງກໍ່ເຮັດໃຫ້ຜູ້ໃຊ້ຜິດຫວັງໄປຫນ້ອຍຫນຶ່ງ. ແຕ່ກໍ່ໄດ້ແຕ່ຫວັງວ່າ HTC Flyer ຫນ້າຈະສາມາດອັບເກຼດເປັນ Android 4.0 ໄດ້.

ທີ່ມາ – XDA-Developer ຜ່ານ Engadget

ລອງອ່ານກ່ຽວກັບ  ຕິດຕັ້ງພາສາລາວໃຫ້ໂທລະສັບ ແລະ ແທັບເລັດ Galaxy ງ່າຍໆບໍ່ຕ້ອງ Root

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເຮັດຈັ່ງໄດ້ຢາກໃຫ້ htc flyer ຮັບພາສາລາວໄດ້ນ່າໃຜ ເຮັດໄດ້ລະບອກແດ່ດຸ

  2. ແມ່ນໃຜເຮັດໄດ້ລະຊ່ວຍເຮັດແດ່ເດີເພາະຢາກໃຫ້ htc flyer ໄດ້ພາສາລາວນ່າຊື່ມາໃຊ້ຫຍັງກ່ຽວກັບພາສາລາວກະບ່ໄດ້ນ່າ

  3. HTC sensation XL ອ່ານລາວບໍ່ໄດ້ມິນເປັນສີ່ລ່ຽມໃຜແກ້ໄຂໄດ້ບອກແດ່

    1. ແກ້ໄຂແນວໃດທ່ານ, ມັນເປັນປົກກະຕິຂອງມັນຢູ່ແລ້ວ, ເພາະມັນບໍ່ມີຟ້ອນລາວ. ທ່ານຕ້ອງໄດ້ Root ເຄື່ອງກ່ອນ ແລ້ວ ກໍ່ເອົາຟ້ອນລາວໃສ່ລົງໄປ. ສ່ວນວິທີນັ້ນລອງຫາເບິງໃນ Google ເດີ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.