ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຜ່ອນຄາຍສະຫມອງດ້ວຍເກມງ່າຍໆ Bejeweled ເທິງ ບຼາວເຊີ Chrome

FREE WARE

ມາອີກແລ້ວ ມາແນະນຳເກມງ່າຍໆ ສະບາຍໆ ສຳລັບຜ່ອນຄາຍສະຫມອງຄົນໃຊ້ອິນເຕີເນັດ. ເຊິ່ງເກມນີ້ຫາກຈະເອີ້ນຊື່ແບບພາສາບ້ານໆກໍ່ຄື ເກມເພັດ, ແລະ ຊື່ແທ້ໆຂອງມັນກໍ່ຄື Bejeweled. Bejeweled  ເປັນເກມຂອງທາງ PopCap ເຊິ່ງກ່ອນຫນ້ານີ້ໄດ້ອອກເວີຊັ່ນ Android ແລະ iOS ໄປ ແລະ ກໍ່ໄດ້ຮັບຄວາມນິຍົມສູງ. ຫລ້າສູດກໍ່ມີເວີຊັ່ນເທິງເວັບອອກມາ ທີ່ໃຊ້ເທັກໂນໂລຢີ HTML 5 ແຕ່ຫນ້າເສຍດາຍ ມັນສາມາດຫລິ້ນໄດ້ເທິງ Chrome ເທົ່ານັ້ນ ສຳລັບບຼາວເຊີໂຕອື່ນຈະບໍ່ສະຖຽນ. ຫາກໃຜທີ່ໃຊ້ງານ Google Chrome ຢູ່ກໍ່ລອງເຂົ້າໄປດາວໂຫລດ ແລະ ຫລິ້ນໄດ້ເລີຍ ແບບບໍ່ເສຍເງິນ (ຫລິ້ນອອນໄລນ໌ເທົ່ານັ້ນ).

ດາວໂຫລດ – https://chrome.google.com/webstore/detail/adpkifcfcacgmnggcbpbjbkdijciiigm

 

ລອງອ່ານກ່ຽວກັບ  ແຈກຟຼີ AVG 2011 Antivirus ດີໆ ຈາກ AVG

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.