ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Acer ເປີດໂຕ Acer Aspire S5 Ultrabook ບາງ, ເບົາ, ຫລູຫລາ ບໍ່ແພ້ໃຜ

ຂ່າວໄອທີ

Acer ເປີດໂຕ Ultrabook ລຸ້ນໃຫມ່ຫລ້າສຸດໃນງານ CES 2012 ເຊິ່ງມີຊື່ລຸ້ນວ່າ Acer Aspire S5. ໂດຍໃນ Acer Aspire S5 ນີ້ຈະມີຫນ້າຈໍຂະຫນາດ 13.3ນິ້ວ, ຈຸທີ່ຫນາສຸດໃນໂຕເຄື່ອງຢູ່ທີ່ 15 ມມ ແລະ ມີນ້ຳຫນັກພຽງ  1.35 ກິໂລກຼາມ ເທົ່ານັ້ນ. ໃນສ່ວນຂອງສະເປັກແມ່ນ  Acer Aspire S5 ຈະມາກັບ CPU ຕະກຸນ Intel® Core™ processor, ໃຊ້ຮາດດີສ ເປັນ SSD, ແບັດເຕີລີທີ່ສາມາດໃຊ້ງານໄດ້ດົນ ແລະ ຍັງມີອາຍຸທີ່ຍືນຍາວ 3ເທົ່າ ຈາກແບັດເຕີລີທົ່ວໄປ, ທີ່ສຳຄັນຍັງມີລະບົບ Dolby® Home Theater® v4 ຕິດມານຳອີກດ້ວຍ.

ໃນສ່ວນຂອງພອດຕ່າງໆກໍ່ຫນ້າສົນໃຈ, ເພາະເຖິງວ່າ Acer Aspire S5 ຈະບາງຫລາຍເທົ່າໃດ ແຕ່ກໍ່ຍັງມາກັບພອດທີ່ມີຄວາມຈຳເປັນ ແລະ ມີປະສິດທິພາບສູງເຊັ່ນ: ພອດ HDMI, ພອດ Thunderbolt ຄວາມໄວ 20 Gbps  ແລະ USB 3.0 ເປັນຕົ້ນ.

ຢ່າງໃດກໍ່ຕາມ, ໃນເລື່ອງຂອງລາຄານັ້ນ ທາງ Acer ຍັງບໍ່ທັນໄດ້ປະກາດ ຫລື ຍືນຍັນອອກມາເທຶ່ອ, ແຕ່ທີ່ແນ່ນອນແລ້ວ ທາງ Acer ບອກໄວ້ວ່າ ຈະເລີ່ມອອກສູ່ຕະຫລາດໃນຊ່ວງໄຕມາດທີ່ 2 ຂອງປີນີ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Hacker ນຳເອົາ Android 3.0 ໄປລົງໃນເຄື່ອງອ່ານ Nook Color

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.