ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປະກາດເປີດໂຕ iBooks 2, iTunes U ແລະ iBooks Author ສຳລັບຕະຫລາດການສຶກສາ

ຂ່າວໄອທີ

ຫລ້າສຸດ Apple ໄດ້ເປີດໂຕເຄື່ອງມື ແລະ ອຸປະກອນສຳລັບການສຶກສາ, ເຊິ່ງໃນນັ້ນກໍ່ມີ iBooks 2, iTunes U ແລະ iBooks Author. ເຊິ່ງໃນນີ້ສະແດງໃຫ້ເຫັນວ່າ Apple ກຳລັງກ້າວເຂົ້າຕະຫລາດການສຶກສາຢ່າງເຕັມໂຕ ໂດຍມີ iPad ເປັນອຸປະກອນຫລັກ ສຳລັບການຂັບເຄື່ອນຕະຫລາດນີ້. ມາເບິງກັນວ່າມີຫຍັງດີໆໃນ iBooks 2, iTunes U ແລະ iBooks Author.

ກ່ອນອື່ນຂໍເລີ່ມທີ່ iBooks 2, ສຳລັບ iBooks 2 ນີ້ເປັນເວີຊັ່ນໃຫມ່ ຫລື iBooks ຍຸກໃຫມ່ເລີ່ຍກໍ່ວ່າໄດ້. ເຊິ່ງໃນ iBooks 2 ນີ້ຈະຮອງຮັບການສະແດງຜົນ eBook ໄດ້ເຕັມຮູບແບບ ແລະ ທັນສະໄຫມຂຶ້ນ ຢ່າງເຊັ່ນ: ສາມາດສະແດງຜົນວິດີໂອໃນ eBook, ຮູບພາບສາມມິຕິ, ຄັງຮູບ ແລະ ການເຄື່ອນໄຫວຕ່າງໆ. ຜູ້ໃຊ້ຈະສາມາດອ່ານພ້ອມປຶ້ມໄປພ້ອມກັບການຕອບໂຕ້ຈາກ ປຶ້ມ ຫລື eBook ນັ້ນໆ, ເຊິ່ງເປັນການເຮັດໃຫ້ນັກຮຽນ -​ ນັກສຶກສາ ມີຄວາມກະຕືລືລົ້ນ ແລະ ສົນໃຈໃນການຮຽນການສອນຫລາຍຂຶ້ນ. ນອກນັ້ນແລ້ວ ໃນ eBooks 2 ຍັງມາກັບຄວາມສາມາດ Highlight ແບບໃຫມ່ ທີ່ໃຊ້ງານງ່າຍຂຶ້ນ ພ້ອມທັງມີຫລາຍສີໃຫ້ເລືອກໃນການ  Highlight ຫນັງສື ແລະ ຍັງມີການແຍກສ່ວນ Highlight ອອກມາເປັນສ່ວນຫນຶ່ງໄວ້ໃຫ້ດ້ວຍ, ພ້ອມດຽວກັນນັ້ນ ຍັງສາມາດຈັດເກັບເປັນ Note Card ສຳລັບໄວ້ອ່ານລື້ມຄືນ ສິ່ງທີ່ເຮົາໄດ້ຫມາຍໄວ້ໄດ້ອີກດ້ວຍ. ສຳລັບ iBooks 2 ເປີດໃຫ້ດາວໂຫລດແລ້ວ. ຟຼີ!


ຕໍ່ມາກໍຄື  iBooks Author. ເມຶ່ອມີປຶ້ມ ແລະ ເຄື່ອງມືສຳລັບອ່ານປຶ້ມແບບທັນສະໄຫມແລ້ວ ທາງ Apple ຍັງເຮັດໃຫ້ນັກຂຽນທັງອິດສະລະ ຫລື ອົງກອນບໍລິສັດ ສາມາດສ້າງປຶ້ມທີ່ທັນສະໄຫມ ແລະ ຕອບສະຫນອງ iBooks 2 ອີກດ້ວຍ, ເຊິ່ງມັນກໍ່ຄື iBooks Author. ສຳລັບ iBooks Author ນັ້ນຈະເປັນເຄື່ອງມືທີ່ໃຊ້ງານງ່າຍ, ແລະ ສະດວກ ເຊິ່ງນັກຂຽນສາມາດສ້າງປຶ້ມຫນຶ່ງເຫລັ້ມໄດ້ງ່າຍໆ ພ້ອມກັບການໃສ່ຟັງຊັ່ນຕ່າງໆໄດ້. ສິ່ງທີ່ຫນ້າສົນໃຈໃນ iBooks Author ກໍ່ຄື ນັກຂຽນສາມາດຶງໄຟລ໌ Word ເຂົ້າໄປໄດ້ທັນທີ ແລ້ວໂປຼແກຼມຈະຈັດການໃຫ້ທັນທີ ໂດຍການປຽບທຽບຈາກການຈັດຫນ້າໃນໄຟລ໌ Word ນັ້ນໆ. ນອກນັ້ນແລ້ວ ໃນການອອກແບບປຶ້ມຜ່ານ iBooks Author ຈະເປັນການອອກແບບໃນໂຫມດຂອງ Landscape ຫລື ລວງນອນ ແຕ່ສຳລັບແນວຕັ້ງ ທາງໂປຼແກຼມໄດ້ມີການຈັດການໃຫ້ໂດຍອັດຕະໂນມັດ ແລະ ມີຄອນເທັ້ນຕ່າງໆຄົບຖ້ວນແບບທີ່ ລວງນອນມີ. ສຳລັບເຄື່ອງມືນີ້ ທາງ Apple ປ່ອຍອອກມາໃຫ້ດາວໂຫລດຟຼີ ແຕ່ຫນ້າເສຍດາຍ ມີສະເພາະສຳລັບເຄື່ອງ Mac ເທົ່ານັ້ນ. ສຳລັບຜູ້ໃຊ້ Windows ກໍ່ອົດໃຊ້ງານກັນຕໍ່ໄປ.


iTunes U. ໃຜໆອາດຈະຄຸ້ນຫູກັນກັບ  iTunes U ຫ້ອງຮຽນອອນໄລນ໌ທີ່ອິດສະຫລະ ທີ່ມີວິດີໂອ ແລະ ຄິບສຽງ ສື່ການຮຽນການສອນ ຈາກມະຫາວິທະຍາໄລ ຊື່ດັງຕ່າງໆ, ໂດຍປະຈຸບັນ  iTunes U ມີຍອດດາວໂຫລດຄອນເທັ້ນໄປແລ້ວທັງຫມົດ 700 ກວ່າລ້ານເທຶ່ອແລ້ວ (ໃຜທີ່ຢາກລອງສຶກສາຄອສຕ່າງປະເທດ ກໍ່ສາມາດເຂົ້າໄປດາວໂຫລດມາລອງຮຽນເບິງເນາະ ອາລົມ ດຽວກັບທີ່ນັ່ງຮຽນໃນຫ້ອງຮຽນຕ່າງປະເທດເລີຍ ແລະ ຍັງຟຼີອີກດ້ວຍ). ໃນນີ້  iTunes U ໄດ້ມີການອັບເດດໃຫ້ທັນສະໄຫມຂຶ້ນ, ເຊິ່ງສາມາດນຳໄປເຊື່ອມຕໍກັບການຮຽນການສອນໃນຫ້ອງຮຽນໂຕຈິງ, ເຊິ່ງອາຈານຜູ້ສອນສາມາດສົ່ງວຽກບ້ານ ຫລື ລາຍຊື່ປຶ້ມໃນການຮຽນການສອນໄດ້ທັນທີ, ເຊິ່ງນັກຮຽນນັກສຶກສາ ສາມາດກວດເບິງວ່າມີຫຍັງທີ່ຫ້ອງຮຽນຂອງໂຕເອງຕ້ອງການ ແລະ ສາມາດສັ່ງຊື້ປຶ້ມໄດ້ທັນທີ ຜ່ານ iBooks Store ລວມເຖິງ Apps ທີ່ກ່ຽວຂ້ອງກັບຫ້ອງຮຽນໄດ້ອີກດ້ວຍ. ນອກນັ້ນແລ້ວ ໃນສ່ວນຂອງນັກຮຽນ – ນັກສຶກສາ ຍັງມີສ່ວນທີ່ເປັນບ່ອນຈັດການວຽກບ້ານຕ່າງໆໃຫ້ອີກດ້ວຍ ພ້ອມກັບຄວາມສາມາດຂອງ iBooks ມາປະສົມປະສານ.

 

ຢ່າງໃດກໍ່ດີ, ສາມຢ່າງທີ່ທາງ Apple ຫາກໍ່ເປີດໂຕໄປນີ້ ຫນ້າສົນໃຈກັບຕະຫລາດການສຶກສາຂອງອາເມລິກາຫລາຍ ກໍ່ຕ້ອງເບິງຕໍ່ໄປວ່າ ໃນອານາຄົດຈະໄດ້ຮັບຜົນຕອບຮັບດີຫລືບໍ່. ສຳລັບຜູ້ຂຽນເອງແລ້ວ ຫາກມີໂອກາດກໍ່ຢາກລອງປະສົບການນີ້ເບິງ. ແຕ່ເທົ່າທີ່ເປັນໄປໄດ້ ກໍ່ມີແຕ່ຮຽນຮູ້ເອງຜ່ານ  iTunes U ແລະ ກໍ່ຢາກແນະນຳໃຫ້ທ່ານຜູ້ອ່ານທີ່ສົນໃຈຢາກໄປຮຽນຕໍ່ຕ່າງປະເທດ ສາມາດລອງຮຽນຈາກ  iTunes U ໄດ້.

ຂໍ້ມູນເພີ່ມເຕີມ – Apple.com/education

ລອງອ່ານກ່ຽວກັບ  Facebook ປ່ອຍແອັບຯ Facebook For iPad ຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເບີ່ງເວບນີີ້ຜ່ານທາງpulseບໍໍ່ສາມາດອ່ານພາສາລາວໄດ້ເລີຍ
    (galaxy note) ເປັນເພາະຫຍັງຊ່ວຍອະທິບາຍແດ່ເທາະ

    ແລະອິກເລື່ອງນຶ່ງຂ້ອຍຊືື້galaxy nexas ມາໃຊ້ແຕ່ກັບບ່ໍສາມາດອ່ານພາສາລາວໄດ້ຈົນໄດ້ຂາຍອອກແລ້ວຈຶ່ງປ່ຽນມາໃຊ້ galaxy note ແທນ

    (ຕ້ັງຟ້ອນແລ້ວທຸກຢ່າງເລີຍ)

Leave a Reply to Saykham Norasing Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.