ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPhone 4 ແລະ iPhone 3GS ທີ່ໃຊ້ iOS 5.0.1 ສາມາດປົດລັອກໄດ້ແລ້ວ

ຂ່າວດ່ວນ

ລາຍງານຫລ້າສຸດຈາກເວັບໄຊຕ໌ redmondpie.com ໄດ້ລາຍງານວ່າ iPhone 4 ແລະ iPhone 3GS ທີ່ໃຊ້ iOS 5.0.1 ສາມາດປົດລັອກໄດ້ແລ້ວ ດ້ວຍເຄື່ອງມື Ultrasn0w 1.2.5 ຢ່າງໃດກໍ່ຕາມາ ໃນການປົດລັອກດ້ວຍເຄື່ອງມືດັ່ງກ່າວຈະຮອງຮັບ baseband ເວີຊັ່ນທາງດ້ານລຸ່ມນີ້ເທົ່ານັ້ນ, ສ່ວນ iPhone 4 ແມ່ນຍັງຄົງຕ້ອງຖ້າກັນອີກຕໍ່ໄປ.

  • 01.59.00
  • 04.26.08
  • 05.11.07
  • 05.13.01
  • 05.12.01
  • 06.15.00

ແຕ່ເຖິງຢ່າງໃດກໍ່ຕາມ ໃນການປົດລັອກນີ້ ທ່ານຈະຕ້ອງໄດ້ເຮັດການ jailbreak ສາກ່ອນ ເພຶ່ອຕິດຕັ້ງ Cydia ເຂົ້າໄປໃນ iPhone ຂອງທ່ານ ແລ້ວຫລັງຈາກນັ້ນກໍ່ເພີ່ມ Source ເຂົ້າໄປ http://repo666.ultrasn0w.com ແລ້ວກໍ່ຕິດຕັ້ງ ພຽງເທົ່ານີ້ທ່ານກໍ່ຈະມີ iPhone 4 ແລະ iPhone 3GS ລະບົບປະຕິບັດການ iOS 5.0.1 ແບບປົດລັອກໄວ້ໃຊ້ແລ້ວ.

ຫມາຍເຫດ: ປະຈຸບັນຍັງບໍ່ມີເຄືອງມື jailbreak ໂຕໃດ ສາມາດ jailbreak ແບບ untethered ໄດ້. 

ທີ່ມາ – Redmondpie

ລອງອ່ານກ່ຽວກັບ  iOS 5 ຈະມີການແຈ້ງເຕືອນ ເມຶ່ອມີການໂທຜ່ານສັນຍານທີ່ບໍ່ໄດ້ເຂົ້າລະຫັດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.