ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Sony ປະກາດອັບເກຼດ Android 4.0 ICS ໃຫ້ໂທລະສັບຕະກຸນ Xperia

ຂ່າວໄອທີ, ໂທລະສັບ

ຫລ້າສຸດທາງບໍລິສັດ Sony ໄດ້ອອກມາປະກາດທີ່ຈະອັບເກຼດລະບົບປະຕິບັດການ Andriod 4.0 ຫລື  Ice Cream Sandwich ໃຫ້ກັບໂທລະສະມາດໂຟນຂອງຕົນຢ່າງເປັນທາງການແລ້ວ. ເຊິ່ງການປ່ອຍຊຸດອັບເກຼດ  Ice Cream Sandwich ຈະເລີ່ມຂຶ້ນປະມານໃນຊ່ວງທ້າຍເດືອນມີນາ ເຖິງຕົ້ນເດືອນ ເມສາ ປີ 2012, ໂດຍໂທລະສັບຕະກຸນ Xperia ສຸດທຳອິດທີ່ຈະໄດ້ຮັບການອັບເກຼດຜ່ານ OTA ໃນໄລຍະດັ່ງກ່າວນີ່ແມ່ນໄດ້ແກ່:  Xperia arc S, Xperia neo V ແລະ Xperia ray. ຫລັງຈາກນັ້ນໃນຊ່ວງທ້າຍເດືອນເມສາ ເຖິງຕົ້ນເດືອນ ພຶດສະພາ ທາງ Sony ຈະປ່ອຍສຸດອັບເກຼດ Ice Cream Sandwich ໃຫ້ກັບໂທລະສັບຕະກຸນ Xperia ທີ່ເຫລຶອ ເຊິ່ງໄດ້ແກ່: Xperia arc, Xperia PLAY, Xperia neo, Xperia mini, Xperia mini pro, Xperia pro, ແລະ Xperia active.

ສຳລັບໃຜທີ່ເປັນສາວົກຂອງ Sony ຫລື ໃຜທີ່ກຳລັງໃຊ້ງານໂທລະສັບມືຖືທີ່ມີລາຍຊື່ດັ່ງຂ້າງເທິງນີ້ ກໍ່ລໍຖ້າຮັບການອັບເກຼດໄດ້ເລີຍ, ສ່ວນໃຜທີ່ກຳລັງຈະເລືອກຊື້ໂທລະສັບທີ່ເປັນ Android ຈາກ Sony ກໍ່ບໍ່ຕ້ອງລັງເລອີກຕໍ່ໄປວ່າຈະໄດ້ອັບເກຼດຫລືບໍ່.

ທີ່ມາ – Sony Blog

ລອງອ່ານກ່ຽວກັບ  10 ອັນດັບຂໍ້ຄວາມທີ່ມີການ Retweet ຫລາຍທີ່ສຸດ ໃນປີ 2010

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ສະບາຍດີ
    ຫາກໍ່ ໃຊ້ android ຄັ້ງທຳອິດ ວ່າໂງກາປະມານັ້ນ
    ຢາກຖາມວ່າ Sony ericsson are s ສາມາດ up ພາສາລາວໄດ້ຢູ່ໃສ
    ແນະນຳໄດ້ບໍ່
    ຂອບໃຈ

  2. now, i just got sony eperia s
    my android version is 2.3.7
    can i upgrade it?
    and any lao language available for my phone?
    thank you for your further comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.