ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປະກາດຍອດດາວໂຫລດແອັບຯໃນ Mac App Store ເກີນ 100ລ້ານ ແລ້ວ

ຂ່າວດ່ວນ, ຂ່າວໄອທີ

ຫລ້າສຸດ Apple ອອກມາປະກາດຄວາມເຄື່ອນໄຫວຂອງ Mac App Store ທີ່ຫາກໍ່ເປີດບໍລິການໄປບໍ່ດົນມານີ້, ເຊິ່ງໄດ້ແກ່ຍອດຂອງການດາວໂຫລດແອັບຯໃນ Mac App Store ໃນປະຈຸບັນທະລຸ 100ລ້ານເທຶ່ອ ໄປເປັນທີ່ຮຽບຮ້ອຍແລ້ວ ເຊິ່ງໃຊ້ເວລາບໍ່ເຖິງຫນຶ່ງປີ. ນອກນັ້ນແລ້ວທາງ Apple ຍັງໄດ້ເຊື່ອມໂຍງໄປຍັງ App Store ສຳລັບ​ iOS ທີ່ປະຈຸບັນມີຈຳນວນແອັບຯຫລາຍກວ່າ 5ແສນແອັບຯ ແລະ ມີຍອດການດາວໂຫລດເພີ່ມຂຶ້ນເດືອນລະປະມານ 1ພັນລ້ານເທຶ່ອ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ດ່ວນ: OS X Lion ຈະມາກາງເດືອນຫນ້າ, iPhone 5 ຈະມາວັນທີ່ 7ກັນຍາ ນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.