ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Lenovo ກ້າວເຂົ້າຕະຫລາດສະມາດໂຟນ ຫນ້າຈໍ 5ນິ້ວ ດ້ວຍ LePad S2005

ຂ່າວໄອທີ, ແທັບເລັດ, ໂທລະສັບ

ລາຍງານຫລ້າສຸດ Lenovo ໄດ້ເປີດໂຕໂທລະສັບສະມາດໂຟນທີ່ມີຂະຫນາດຫນ້າຈໍ 5ນິ້ວ ທີ່ມາພ້ອມກັບລະບົບປະຕິບັດການ Android 2.3.5 ໃນປະເທດຈີນ. ເຊິ່ງນັ້ນຫມາຍຄວາມວ່າ ປະຈຸບັນນີ້ມີສາມຜູ້ຜະລິດທີ່ໂດ້ດເຂົ້າມາໃນຕະຫລາດໂທລະສັບສະມາດໂຟນຂະຫນ້າ 5ນິ້ວ, ເຊິ່ງໄດ້ແກ່ Dell ດ້ວຍ Dell Streak 5, Samsung ດ້ວຍ Galaxy Note ແລະ ຫລ້າສຸດຄື Lenovo ດ້ວຍ LePad S2005.

ໃນ Lenovo LePad S2005 ຈະຈັດຢູ່ໃນຕະກຸນຂອງ IdeaTab, ໂດຍຈະມີຫນ້າຈໍຂະຫນາດ 5ນິີ້ວ ຄວາມລະອຽດຢູ່ທີ່ 800 x 480 ພິກເຊວ ເປັນຫນ້າຈໍ LTPS (ຄວາມລະອຽດເທົ່າກັບ Dell Streak 5), ໃຊ້ CPU ເປັນ Qualcomm dual-core 1.2GHz, ມີ Ram 1GB, ກ້ອງ 5ລ້ານພິກເຊວ ສາມາດບັນທຶກວິດີໂອລະອຽດເຖິງ 1080p, ສ່ວນກ້ອງຫນ້າເປັນກ້ອງ 1.3ລ້ານພິກເຊວ. ນອກນັ້ນແລ້ວໃນ LePad S2005 ຍັງຈະມາກັບ ພອດ Micro-USB, Micro-HDMI, ຮອງຮັບ HSPA+, ແລະຍັງມີແບັດເຕີລີ 1,680 mAh ອີກດ້ວຍ.

ຢ່າງໃດກໍ່ຕາມ, ຕາມທີ່ມີການປຽບທຽບລະຫວ່າງ Dell Streak 5 ກັບ LePad S2005 ລຸ້ນນີ້ແລ້ວ, Lenovo LePad S2005 ຈະມີຄວາມຫນາເທົ່າໆກັບ Dell Streak 5 ແຕ່ຈະມີນ້ຳຫນັກທີ່ເບົາກວ່າ ແລະ ແບັດເຕີລີ ທີ່ບັນຈຸໄຟໄດ້ຫລາຍກວ່າ. (ແຖມຍັງມີກັບສີສົ້ມ ສົດໃສອີກດ້ວຍ)

ທີ່ມາ – Engadget

ລອງອ່ານກ່ຽວກັບ  Amazon Cloud Player ຮອງຮັບອຸປະກອນ iOS ແລ້ວ (ແນວໃດເຂົ້າມາເບິ່ງ)

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.