ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPhone ແລະ iPod touch ທີ່ໃຊ້ iOS 3.1.3 ບໍ່ສາມາດດາວໂຫຼດແອັບຯຜ່ານ App Store ໄດ້

ຂ່າວດ່ວນ

ຫລ້າສຸດມີລາຍງານອອກມາວ່າຜູ້ໃຊ້ທີ່ໃຊ້ iPhone ແລະ iPod touch ທີ່ແລ່ນລະບົບປະຕິບັດການ iOS 3.1.3 ຫລື ຕ່ຳກວ່າ ຈະບໍ່ສາມາດເຂົ້າໄປດາວໂຫລດ ຫລື ຊື້ແອັບຯຕ່າງໆຜ່ານ App Store ທີ່ມີຢູ່ໃນອຸປະກອນຂອງຕົນເອງໄດ້, ນອກນັ້ນໃນລາຍງານຍັງບອກວ່າ ສິ່ງທີ່ເຮັດໄດ້ນັ້ນເປັນພຽງແຕ່ການອັບເດດແອັບຯທີ່ມີໃນອຸປະກອນຢູ່ແລ້ວເທົ່ານັ້ນ. ແຕ່ໃນກໍ່ລະນີດັ່ງກ່າວ ຜູ້ໃຊ້ຈະຍັງຄົງສາມາດຊື້ ຫລື ດາວໂຫລດແອັບຯຕ່າງໆໄດ້ ຜ່ານທາງໂປຼແກຼມ iTunes ເທິງຄອມພິວເຕີ ແລ້ວໂອນໄປຍັງ iPhone ຫລື iPod touch ໄດ້ຕາມປົກກະຕິ.

ຢ່າງໃດກໍ່ຕາມຍັງບໍ່ມີການຍືນຍັນ ຫລື ອອກມາແຈ້ງຂ່າວຈາກ Apple ວ່າໄດ້ປິດຄວາມສາມາດນີ້ໃນ iOS ເວີຊັ່ນທີ່ວ່ານີ້ຫລືບໍ່. ແຕ່ໃນລະຫວ່າງນີ້ຫາກໃຜໃຊ້ງານ iPod touch ຫລື iPhone ທີ່ຍັງໃຊ້ iOS ເວີຊັ່ນທີ່ວ່ານີ້ຢູ່ກໍ່ຄວນອັບເດດເປັນເວີຊັ່ນໃຫມ່ ຫາກເປັນໄປໄດ້.

ອັບເດດ: Apple ໄດ້ແກ້ໄຂບັນຫາດັ່ງກ່າວແລ້ວ, ແລະ  iPhone ແລະ iPod touch ທີ່ໃຊ້ລະບົບປະຕິບັດການ iOS 3.1.3 ຫລືຕ່ຳກວ່າ ກໍ່ຍັງສາມາດດາວໂຫລດ ແລະ ຊື້ແອັບຯໄດ້ໂດຍປົກກະຕິ.

ທີ່ມາ -​ Engadget

ລອງອ່ານກ່ຽວກັບ  iOS 5 ຈະຮອງຮັບການເຮັດ Video Call (Face Time) ຜ່ານເຄຶອຂ່າຍ 3G

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.