ເລື່ອງລາວຂອງ TECH, STARTUP, ແລະ DIGITAL

LG ປະກາດລາຍຊື່ໂທລະສັບທີ່ຈະໄດ້ອັບເກຼດເປັນ Android 4.0 ICS

ຂ່າວໄອທີ, ໂທລະສັບ

ຫລ້າສຸດ LG ໄດ້ອອກມາປະກາດລາຍຊື່ໂທລະສັບສະມາດໂຟນທີ່ຈະໄດ້ອັບເກຼດເປັນ Android 4.0 Ice Cream Sandwich, ເຊິ່ງການປ່ອຍຊຸດອັບເກຼດ Android 4.0 ນີ້ຈະແບ່ງອອກເປັນສອງເທຶ່ອ, ໂດຍເທຶ່ອທຳອິດຈະເລີ່ມປ່ອຍໃຫ້ອັບເກຼດໃນໄຕມາດທີສອງຂອງປີ 2012 ເຊິ່ງລຸ້ນທີ່ຈະໄດ້ຮັບການອັບເກຼດແມ່ນ: LG Optimus LTE, Prada phone, LG Optimus 2X, LG Optimus Sol, LG my Touch Q ແລະ LG Eclipse. ໃນເທຶ່ອທີສອງ ຈະເປັນໄຕມາດທີສາມຂອງປີ 2012 ເຊິ່ງລຸ້ນທີ່ຈະໄດ້ຮັບການອັບເກຼດແມ່ນ: LG Optimus 3D, LG Optimus Black, LG Optimus Big, LG Optimus Q2 ແລະ LG Optimus EX.

ໃນການປ່ອຍຊຸດອັບເດດທັງສອງເທຶ່ອ, ຈະເປັນການປ່ອຍພ້ອມກັນທົ່ວໂລກ, ສຳລັບເຄື່ອງທີ່ຕິດສັນຍາ ຫລື ເຄື່ອງລັອກ ອາດຈະຂຶ້ນກັບຜູ້ໃຫ້ບໍລິການ.

ທີ່ມາ – LG Page

ລອງອ່ານກ່ຽວກັບ  Samsung ປະກາດອັບເກຼດ Android 4.0 ສຳລັບອຸປະກອນຕະກຸນ GALAXY

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.