ເລື່ອງລາວຂອງ TECH, STARTUP, ແລະ DIGITAL

RockStar ອອກເກມ Grand Theft Auto III ສຳລັບ iOS ແລະ Android ແລ້ວ!

ຂ່າວໄອທີ

ມີໃຜເປັນແຟນໆຂອງເກມ Grand Theft Auto ແດ່? ຂ້າພະເຈົ້າກໍ່ຖືວ່າມັກໃນລະດັບຫນຶ່ງ, ແລະປະຈຸບັນນີ້ ມັນກໍ່ມີອາຍຸຄົບຮອບ 10 ປີແລ້ວ ຕັ້ງແຕ່ Grand Theft Auto Series ທຳອິດອອກມາ. ເຊິ່ງໃນໂອກາດຄົບຮອບ 10ປີ, ທາງ Rockstar ກໍ່ຖືໂອກາດເປີດໂຕເກມ Grand Theft Auto III ສຳລັບອຸປະກອນພົກພາຢ່າງ iOS ແລະ Android ເພຶ່ອເປັນການສະເຫລີມສະຫລອງ. ຢ່າງໃດກໍ່ຕາມ,  Grand Theft Auto III ສຳລັບ Android ຈະຮອງຮັບໄດ້ພຽງບາງລຸ້ນເທົ່ານັ້ນ, ແລະ ໃນ iOS ແມ່ນຮອງຮັບທັງ iPhone, iPod touch ແລະ iPad ທີ່ໃຊ້ iOS 4.3 ຂຶ້ນໄປ. ຂະຫນາດຂອງເກມແມ່ນຢູ່ທີ່ 400MB ເຊິ່ງປ່ອຍໃຫ້ດາວໂຫລດດ້ວຍລາຄາ $4.99 ທັ້ງ Android ແລະ iOS.

ດາວໂຫລດ: Android, iOS

ສຳລັບໃຜທີ່ຢາກສຳພັດພາບໂຕຢ່າງກໍ່ສາມາດເບິງໄດ້ຕາມຮູບທາງລຸ່ມນີ້.

ລອງອ່ານກ່ຽວກັບ  ລົມອະນາຄົດ LOM FUTURE EP1: Work From Home

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.