ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເພີ່ມໄລຍະເວລາໂທຟຼີໃນ Gmail ສຳລັບ ອາເມລິກາ ແລະ ການາດາ

ຂ່າວດ່ວນ

ກ່ອນຫນ້ານີ້ Google ໄດ້ເປີດບໍລິການໂທຟຼີຜ່ານ Gmail ລະຫວ່າງສອງປະເທດເຊິ່ງໄດ້ແກ່ ອາເມລິກາ ແລະ ການາດາ. ເຊິ່ງໃນເວລານັ້ນ Google ໄດ້ບອກວ່າຈະໃຫ້ບໍລິການໂທຟຼີຜ່ານ Gmail ໃນສອງປະເທດນີ້ຈົນຫມົດປີ 2011 ແລ້ວຈະເລີ່ມເກັບຄ່າບໍລິການຄືກັບປະເທດອື່ນໆ ໃນປີ 2012. ແຕ່ຫລ້າສຸດ Google ອອກມາປະກາດຍືດໄລຍະເວລາຂອງການໂທຟຼີໃນລະຫວ່າງສອງປະເທດນີ້ອອກໄປ ຈົນຫມົດປີ 2012 ຢ່າງຮຽບຮ້ອຍແລ້ວ. ຢ່າງໃດກໍ່ຕາມ, ຜູ້ໃຊ້ທີ່ຈະສາມາດໃຊ້ງານ Gmail ເພຶ່ອໂທຟຼີໃນສອງປະເທດນີ້ ຈະຕ້ອງໃຊ້ໃນສອງປະເທດນີ້ເທົ່ານັ້ນ (ຈະມີການກວດສອບ), ເຊິ່ງສຳລັບປະເທດອື່ນໆໂທເຂົ້າໄປໃນສອງປະເທດນີ້ ກໍ່ຈະຍັງຄົງໄດ້ເສຍ ຕາມຄ່າບໍລິການທີ່ Google ກຳນົດໄວ້.

ໃນຄວາມເຫັນສ່ວນໂຕແລ້ວ, ການໂທຜ່ານ Gmail ນັ້ນຖືວ່າມີຄຸນນະພາບທີ່ດີຫລາຍ, ພ້ອມນັ້ນຍັງມີລາຄາຖືກອີກດ້ວຍ ສຳລັບໂທໄປປະເທດຕ່າງໆທີ່ບໍ່ແມ່ນ ອາເມລິກາ ແລະ ການາດາ.

ທີ່ມາ – Official Gmail Blog

ລອງອ່ານກ່ຽວກັບ  Google Earth 6 ມາແລ້ວ ພ້ອມກັບ ຟີເຈີຕົ້ນໄມ້ 3 ມິຕິ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.