ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ເປີດໂຕ Google Currents ແອັບຯ ສຳລັບ Android ແລະ iOS

Android Apps, iOS Apps, ຂ່າວໄອທີ

ຫລ້າສຸດ Google ໄດ້ເປີດໂຕແອັບຯທີ່ຊື່ວ່າ Google Currents ເຊິ່ງຮອງຮັບທັງ Android ແລະ iOS. Google Currents ເປັນແອັບຯ ຕິດຕາມຂ່າວສານໃນຮູບແບບຫນ້າຕາທີ່ສວຍງາມ ເຊິ່ງຫລາຍສຳນັກຂ່າວຂະຫນານນາມວ່າເປັນຄູ່ແຂ່ງຂອງ Flipboard. ໃນ Google Currents ຈະເປີດໂອກາດໃຫ້ຜູ້ໃຊ້ເລືອກສຳນັກຂ່າວ ຫລື ສື່ສິ່ງພິມທີ່ຜູ້ໃຊ້ມັກເພີ່ມເຂົ້າໄປໃນ Library ຂອງຕົນເອງ ແລະ ຈະສາມາດຊິ້ງກັບອຸປະກອນອື່ນໆໄດ້ແບບ Real time ທັ້ງ Android ແລະ iOS. ນອກນັ້ນແລ້ວຜູ້ໃຊ້ຍັງສາມາດເພີ່ມສຳນັກຂ່າວທີ່ບໍ່ໄດ້ບັນຈຸໃນ Google Currents ໄດ້ ດ້ວຍການໃຊ້ງານ Google Reader ແລ້ວເລືອກເອົາ Feed ທີ່ທ່ານຕິດຕາມ ເຂົ້າມາຈັດເກັບໃນ Google Currents ເພຶ່ອອ່ານຄວບຄູ່ໄປກັບສຳນັກຂ່າວທີ່ທ່ານມັກຕິດຕາມໄດ້ບໍ່ວ່າຈະເປັນແບບ offline ຫລື Online ກໍ່ໄດ້.

ສຳລັບຄົນທີ່ມັກຕິດຕາມຂ່າວສານຕ່າງປະເທດແລ້ວ, ຖືວ່າບໍ່ຄວນພາດແອັບຯໂຕນີ້ ເຊິ່ງຫລັງຈາກທີ່ຜູ້ຂຽນໃຊ້ແລ້ວ ກໍ່ຖືວ່າໃຊ້ງານໄດ້ດີ ແຖມຍັງສາມາດຈັດເກັບການຕັ້ງຄ່າ ຫລື ສຳນັກຂ່າວທີ່ຈັດເກັບໄວ້ໃນ Gmail ແລະ ພ້ອມຊິ້ງກັບອຸປະກອນອື່ນໆ, ເຊິ່ງຕ່າງຈາກ Pulse ຫລື Flipboard. ແຕ່ຂໍ້ດ້ອຍ ທີ່ຜູ້ຂຽນເຈີກໍ່ຄື, Google Currents ພະຍາຍາມທີ່ຈະໃຫ້ຜູ້ໃຊ້ສຳພັດເຖິງການອ່ານ ebook ກໍ່ເລີຍແຍກບົດຄວາມດຽວເປັນຫລາຍຫນ້າ.

ດາວໂຫລດ:

Android: https://market.android.com/details?id=com.google.android.apps.currents

iOS: http://itunes.apple.com/us/app/google-currents/id459182288

ລອງອ່ານກ່ຽວກັບ  ແນະນຳ App ດີໆເປັນຕາໃຊ້ ສຳຫລັບ Google Chrome

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.