ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ປະກາດອັບເກຼດ Android 4.0 ສຳລັບອຸປະກອນຕະກຸນ GALAXY

ຂ່າວໄອທີ

ຫລ້າສຸດ Samsung ອອກມາປະກາດວ່າຈະປ່ອຍຊຸດອັບເກຼດ Android 4.0 Ice Cream Sandwich ແອັນດຼອຍເວີຊັ່ນຫລ້າສຸດໃຫ້ກັບອຸປະກອນ Galaxy ເຊິ່ງໄດ້ແກ່: GALAXY S II, GALAXY S II LTE, GALAXY Note, GALAXY R, GALAXY Tab 10.1, GALAXY Tab 8.9, GALAXY Tab 7.7, ແລະ GALAXY Tab 7.0 Plus.

ຢ່າງໃດກໍ່ຕາມ, ໃນແຕ່ລະອຸປະກອນ ທາງ Samsung ບອກວ່າຈະປ່ອຍອອກມາໃຫ້ອັບເກຼດກັນຄົນລະເທຶ່ອ ເຊິ່ງຈະເລີ່ມໃນຊ່ວງໄຕມາດທຳອິດຂອງປີ 2012, ໂດຍອີງຕາມສະຖານະການໃນຕະຫລາດ ແລະ ເງື່ອນໄຂຄວາມຕ້ອງການຂອງຜູ້ໃຫ້ບໍລິການ.

ທີ່ມາ – Samsung Tomorrow

ລອງອ່ານກ່ຽວກັບ  Samsung Galaxy Tab 8 ແລະ 10ນິ້ວ ເຄາະລາຄາ ຕຽມສູ້ກັບ iPad 2

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ข้อยยากได้พาสาลาว สำลับ ios 501 ไอโฟน 4S มีวิทีแด่บ่ง่วยแนะนำด้วยเทาะ

    1. iOS 501? ໂອ່ຍັງບໍ່ເຄີຍເຫັນເດີ່:D:D . ແຕ່ເທົ່າທີ່ຮູ້ຄື iPhone 4S ຍັງ Jailbreak ບໍ່ໄດ້. ຫາກ Jailbreak ໄດ້ມື້ໃດ ກໍ່ລົງພາສາລາວໄດ້ມື້ນັ້ນແລະ.

  2. ສະບາຍດີທ່ານ Souliyo ຂ້ອຍໃຊ້ GALAXY Tab Note 10″1 ກັບ Android 4.0,4 ຂ້ອຍໃສ່ພາລາວ ແລ້ວຈະພິມໄດ້ແຕ່ບາງໂຕທ່ານ Souliyo ກະຮູນາຊວ່ຍບອກວີທີເຮັດແບບໃດນ້ອທ່ານຂອ້ຍຂອບໃຈທ່ານຫລາຍເດີ

    ຂໍໃຫ້ທ່ານ Souliyo ໂຊກດີໂອກາດໜ້າພົບກັນໄຫມ່
    ຈາກໄຫມດອນໂຂງ

  3. ຂໍຖາມແນ່ note2 ເປີດບໍ່ຂື້ນເຫັນແຕ່ logo samsung ມັນເປັນຫຍັງ

Leave a Reply to sakhone sylakham Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.