ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ປ່ອຍຫນ້າໂປຼໄຟລ໌ແບບ Timeline ໃຫ້ກັບຜູ້ໃຊ້ທຸກຄົນແລ້ວ!

social media, ຂ່າວໄອທີ

ຫລ້າສຸດ Facebook ອອກມາປະກາດວ່າ ໄດ້ປ່ອຍຫນ້າຕາໂປຼໄຟລ໌ຂອງ Facebook ແບບໃຫມ່ທີ່ຊື່ວ່າ Timeline ອອກສູ່ສາຍຕາຜູ້ໃຊ້ທົວໄປໃນທົ່ວໂລກແລ້ວ. ເຊິ່ງຫນ້າໂປຼໄຟລ໌ແບບ Timeline ຈະມີຮູບຮ່າງຫນ້າຕາທີ່ປ່ຽນໄປຈາກແບບເກົ່າເກືອບທັງຫມົດ(ສັງເກດຕາມຮູບຂ້າງເທິງ), ເຊິ່ງໃນຫນ້າ Timeline ຈະລວມທຸກໆຢ່າງເຂົ້າມາໄວ້ໃນບ່ອນດຽວກັນພ້ອມການຈັດລຽງທີ່ສວຍງາມຂຶ້ນ ເຊັ່ນ: ແອັບຯທີ່ໃຊ້ງານຢູ່, ເພງທີ່ກຳລັງຟັງຢູ່, ຮູບທີ່ມີການ Tag, ສາມາດເຊື່ອງໂພສອອກໄປຈາກ Timeline ໄດ້(ໂດຍບໍ່ຕ້ອງລຶບ), ສາມາດປ່ຽນການເຂົ້າເຖິງການອັບເດດສະຖານະຕ່າງໆໄດ້ງ່າຍຂື່ນ, ແລະອືນໆອີກຫລາຍຢ່າງ. ນອກນັ້ນແລ້ວ ຄວາມສາມາດທີ່ຜູ້ຂຽນມັກທີ່ສຸດ ກໍ່ຄື ເຮົາສາມາດເກັບໄປເບິງສະຖານະອັບເດດຂອງຕົນເອງ ຫລື ຫມູ່ຂອງເຮົາໄດ້ງ່າຍຂຶ້ນ ບໍ່ວ່າຈະດົນເທົ່າໃດແລ້ວກໍ່ຕາມ.

ປະຈຸບັນນີ້ຫາກໃຜຕ້ອງການຫນ້າໂປຼໄຟລ໌ແບບ Timeline ຫລື ຍັງບໍ່ເປັນ Timeline ກໍ່ສາມາດເຂົາໄປທີ່ Introducing Timeline ແລ້ວຄິກທີ່ Get Timeline ກໍ່ຈະໄດ້ໃຊ້ໂປຼໄຟລ໌ແບບ Timeline ໄດ້. ຫາກຍັງບໍ່ຕ້ອງການຕອນນີ້ ທ່ານກໍ່ສາມາດຖ້າຕໍ່ໄປໄດ້ ເຊິ່ງອາດຈະເຫັນປຸ່ມຊ່ວນໃຫ້ໄປໃຊ້ງານ Timeline ປາກົດຂຶ້ນມາໃຫ້ທ່ານກົດອັບເດດ, ເພາະຈັງໃດມັນກໍ່ເປັນ Timeline ທີ່ທາງ Facebook ອັບເດດໃຫ້ກັບຜູ້ໃຊ້. ພ້ອມດຽວກັນນັ້ນ Facebook ຍັງໄດ້ອັບເດດ Facebook For Android (ເວີຊັ່ນ1.8.1) ໃຫ້ເປັນ Timeline ແລ້ວເຊັ່ນດຽວກັນ, ແຕ່ຫາກໃຜທີ່ບໍໄດ້ໃຊ້ Android ກໍ່ຈະສາມາດສຳພັດໄດ້ດ້ວຍການເຂົ້າໄປທີ່ m.facebook.com

ທີ່ມາ – Facebook Blog, (2)

ຂໍ້ມູນເພີ່ມເຕີມສຳລັບ Timeline: https://www.facebook.com/about/timeline

ລອງອ່ານກ່ຽວກັບ  Droid X ຕົວ​ຈິງ​ມາ​ແລ້ວ, ໜ້າ​ຈໍ​ລະອຽດ​ກວ່າ iPhone 4?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.