ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook Messenger ສຳລັບ Windows ຫລຸດໃຫ້ດາວໂຫລດທົ່ວເນັດ

ຂ່າວດ່ວນ, ຂ່າວໄອທີ

ກ່ອນຫນ້ານີ້ Facebook ໄດ້ເປີດໂຕແອັບຯທີ່ຊື່ Facebook Messenger ທີ່ບໍລິການຂໍ້ຄວາມທີ່ດຶງເອົາຄວາມສາມາດຂອງ Facebook Chat ແລະ Facebook Message ອອກມາເປັນຫນຶ່ງບໍລິການຍ່ອຍສຳລັບຜູ້ໃຊ້ສະມາດໂຟນ Android ແລະ iOS ໄປແລ້ວ. ຫລັງຈາກນັ້ນບໍ່ດົນກໍ່ມີຂ່າວອອກມາວ່າທາງ Facebook ໄດ້ຊຸ່ມພັດທະນາ Facebook Messenger ເວີຊັ່ນສຳລັບ Windows ເພຶ່ອອອກມາໃຫ້ຂາແຊັດໄດ້ແຊັດກັບຫມູ່ໃນ Facebook ໄດ້ໂດຍທີ່ບໍ່ຕ້ອງເຂົ້າໄປຫນ້າເວັບ.

ຫລ້າສຸດ Facebook Messenger ສຳລັບ Windows ກໍ່ເປັນຄວາມຈິງ, ເພາະຕອນນີ້ໄດ້ມີການປ່ອຍໃຫ້ດາວໂຫລດ Facebook Messenger ເວີຊັ່ນ Windows ທົ່ວອິນເຕີເນັດ, ເຊິ່ງທ່ານສາມາດດາວໂຫລດມາໃຊ້ໄດ້ເລີຍ ແບບບໍ່ຕ້ອງຖ້າການເປີດໂຕຢ່າງເປັນທາງການ. ໂດຍໃນ Facebook Messenger ເວີຊັ່ນ Windows ນີ້ ຈະຍັງຄົງຕ້ອງການ ການເຮັດວຽກຄູ່ກັບເວັບບຼາວເຊີຫລັກຂອງ Windows ຢູ່ດີ. ຫາກທ່ານໃດຕ້ອງການດາວໂຫລດນຳໄປໃຊ້ກ່ອນຫມູ່ ກໍ່ສາມາດດາວໂຫລດໄດ້ທີ່ລິ້ງທາງດ້ານລຸ່ມນີ້.

ດາວໂຫລດ: http://dragon.ak.fbcdn.net/cfs-ak-ash4/84995/940/FacebookMessengerSetup.exe

ລອງອ່ານກ່ຽວກັບ  Google ປັບໂລໂກ້ ແລະ ຫນ້າເວັບຂອງ Gmail ໃຫມ່ເລັກນ້ອຍ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ໂຫລດແລ້ວແຕ່ລອກອິນບໍ່ໃດ້ ມັນບອກວ່າພາດເວີດບໍ່ຖືກ ທັ່ງໆທີ່ມັນກະຖືກແທ້ໆຢູ່

    1. ມັນບໍ່ໄດ້ໃສ່ລະຫັດຫຍັງນະ. ມີແຕ່ຄິກລັອກອິນແລ້ວມັນຈະໄປເປີດບຼາວເຊີຫລັກຂອງຄອມ, ຫາກບາວເຊີໂຕນັ້ນໃຊ້ງານ Facebook ຢູ່ມັນກໍ່ໄດ້ເລີຍ, ມັນຈະເຮັດວຽກຮ່ວມກັບບຼາວເຊີຫລັກຂອງຄອມ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.