ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ອັບເດດແອັບຯສຳລັບ iOS ພ້ອມຮອງຮັບ Timeline ແລ້ວ

social media, ຂ່າວໄອທີ

ກ່ອນຫນ້ານີ້ບໍ່ດົນທາງ Facebook ໄດ້ປ່ອຍຫນ້າໂປຼໄຟລ໌ແບບໃຫມ່ທີ່ຊື່ວ່າ Timeline ໃຫ້ກັບຜູ້ໃຊ້ທົ່ວໄປໃຫ້ສາມາດເປີດໃຊ້ງານໄດ້ ເປັນທີ່ຮຽບຮ້ອຍແລ້ວ, ນອກນັ້ນກໍ່ຍັງມີການອັບເດດແອັບຯສຳລັບ Android ໃຫ້ຮອງຮັບການສະແດງຜົນຫນ້າ Timeline ໃນໂຕແອັບຯອີກດ້ວຍ.

ຫລ້າສຸດທາງ Facebook ກໍ່ໄດ້ອັບເດດແອບຯສຳລັບ iOS ຂຶ້ນເປັນເວີຊັ່ນ 4.1 ທີ່ຮອງຮັບການສະແດງຜົນຫນ້າໂປຼໄຟລ໌ແບບ Timeline ເຊິ່ງຜູ້ໃຊ້ຈະທີ່ຈະເຫັນການສະແດງຜົນແບບ Timeline ນັ້ນຕ້ອງໄປເປີດໃຊ້ງານກ່ອນ ໂດຍເຂົ້າໄປທີ່ fb.me/tml ນອກນັ້ນແລ້ວ ໃນແອັບຯເວີຊັ່ນ 4.1 ນີ້ຍັງມີການປັບປຸງປະສິດທິພາບຕ່າງໆເຊັ່ນ:

– ສະຖຽນ ແລະ ໄວຂຶ້ນ.

– ມີການປັບປຸງລະບົບການອັບໂຫລດຮູບ, ການສະແດງຜົນຮູບ, ແລະ ລະບົບສະແດງຄວາມເຫັນໃນຮູບ ໃຫ້ໃຊ້ງານງ່າຍຂຶ້ນ.

– ຮອງຮັບການເຂົ້າເຖິງ friend lists, subscribers ແລະ subscriptions.

ຢ່າງໃດກໍ່ຕາມ, ໃນສ່ວນຂອງ iPad ນັ້ນ ທາງ Facebook ບອກວ່າຍັງບໍ່ມີການຮອງຮັບ Timeline ເທຶ່ອ, ແຕ່ຍອກໄວ້ວ່າຈະມາໄວໆນີ້.

ທີ່ມາ – iTunes

ລອງອ່ານກ່ຽວກັບ  IBM ປະ​ກາດ​ໃຊ້ Firefox ເປັນ​ບ​ລ໌າວ​ເຊີລ໌​ຫລັກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.