Posts Comments

ທ່ານກຳລັງຢູ່: ຫນ້າຫລັກ » social media, ຂ່າວໄອທີ » Facebook ອັບເດດແອັບຯສຳລັບ iOS ພ້ອມຮອງຮັບ Timeline ແລ້ວ

ກ່ອນຫນ້ານີ້ບໍ່ດົນທາງ Facebook ໄດ້ປ່ອຍຫນ້າໂປຼໄຟລ໌ແບບໃຫມ່ທີ່ຊື່ວ່າ Timeline ໃຫ້ກັບຜູ້ໃຊ້ທົ່ວໄປໃຫ້ສາມາດເປີດໃຊ້ງານໄດ້ ເປັນທີ່ຮຽບຮ້ອຍແລ້ວ, ນອກນັ້ນກໍ່ຍັງມີການອັບເດດແອັບຯສຳລັບ Android ໃຫ້ຮອງຮັບການສະແດງຜົນຫນ້າ Timeline ໃນໂຕແອັບຯອີກດ້ວຍ.

ຫລ້າສຸດທາງ Facebook ກໍ່ໄດ້ອັບເດດແອບຯສຳລັບ iOS ຂຶ້ນເປັນເວີຊັ່ນ 4.1 ທີ່ຮອງຮັບການສະແດງຜົນຫນ້າໂປຼໄຟລ໌ແບບ Timeline ເຊິ່ງຜູ້ໃຊ້ຈະທີ່ຈະເຫັນການສະແດງຜົນແບບ Timeline ນັ້ນຕ້ອງໄປເປີດໃຊ້ງານກ່ອນ ໂດຍເຂົ້າໄປທີ່ fb.me/tml ນອກນັ້ນແລ້ວ ໃນແອັບຯເວີຊັ່ນ 4.1 ນີ້ຍັງມີການປັບປຸງປະສິດທິພາບຕ່າງໆເຊັ່ນ:

- ສະຖຽນ ແລະ ໄວຂຶ້ນ.

- ມີການປັບປຸງລະບົບການອັບໂຫລດຮູບ, ການສະແດງຜົນຮູບ, ແລະ ລະບົບສະແດງຄວາມເຫັນໃນຮູບ ໃຫ້ໃຊ້ງານງ່າຍຂຶ້ນ.

- ຮອງຮັບການເຂົ້າເຖິງ friend lists, subscribers ແລະ subscriptions.

ຢ່າງໃດກໍ່ຕາມ, ໃນສ່ວນຂອງ iPad ນັ້ນ ທາງ Facebook ບອກວ່າຍັງບໍ່ມີການຮອງຮັບ Timeline ເທຶ່ອ, ແຕ່ຍອກໄວ້ວ່າຈະມາໄວໆນີ້.

ທີ່ມາ – iTunes

ບົດຄວາມທີ່ກ່ຽວຂ້ອງເເລະຫນ້າສົນໃຈ

ບ່ອນສະເເດງຄວາມຄິດເຫັນ

ທ່ານຕ້ອງ ລັອກອິນ ຫລື ສະຫມັກສະມາຊິກ ກ່ອນ ຈຶ່ງຈະສາມາດຕອບ ຫລື ໂພສຄວາມເຫັນໄດ້.

ຂຶ້ນໄປເທິງສຸດ


Copyright © 2009-2012 Souliyo Co., Ltd. All Rights Reserved.
ຂ່າວໄອທີ  •  Free Ware  •  Gadget  •  ຂ່າວດ່ວນ  •  How to...  •  ລາຍງານພິເສດ  •  ຕິດຕໍ່ເຮົາ