ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຕັດໃຈບໍ່ຂາດ, Dell ອອກຊຸດອັບເກຼດ Gingerbread ໃຫ້ກັບ Dell Streak 5

ໂທລະສັບ

ກ່ອນຫນ້ານີ້ທາງ Dell ໄດ້ປະກາດຍຸດຕິການຜະລິດ Dell Streak 5 ສະມາດໂຟນ Android ຫນ້າຈໍຂະຫນາດ 5ນິ້ວ, ແຕ່ັຫລ້າສຸດ Dell ຍັງບໍ່ຕັດສຳພັນກັບສະມາດໂຟນ ແລະ ຜູ້ໃຊ້ Dell Streak 5 ຢ່າງທັນທີ, ເຊິ່ງໄດ້ອອກຊຸດອັບເກຼດ Android 2.3 Gingerbread ໃຫ້ກັບ Dell Streak 5 ໄປຮຽບຮ້ອຍແລ້ວ.

ຫາກໃຜທີ່ເປັນເຈົ້າຂອງ Dell Streak 5 ຢູ່ຕອນນີ້ສາມາດກົດ Check Update ແລ້ວເຮັດການດາວໂຫລດເຟີມແວເພຶ່ອມາອັບເກຼດໄດ້ແລ້ວຕັ້ງແຕ່ມື້ນີ້. ສ່ວນໃຜທີ່ຫາກໍ່ຂາຍຖິມ ກໍ່ເສຍໃຈນຳ 🙂

ທີ່ມາ – Engadget

ລອງອ່ານກ່ຽວກັບ  ເບື້ອງຫລັງຄວາມຕາຍຂອງ Kin ການເມືອງພາຍໃນໄມໂຄຊອຟົທ໌ເຮັດຜິດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.