ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເກມພິກ: Apple ຖືສິດທິບັດຂອງ ລະບົບຈື່ຈຳໃບຫນ້າ (Facial recognition)

ຂ່າວໄອທີ

ລະບົບຈື່ຈຳໃບຫນ້າ ຫລື Facial recognition  ຫລາຍຄົນອາດຈະຮູ້ຈັກພໍສົມຄວນແລ້ວ ບໍ່ວ່າຈະເປັນໃນຫນັງ ຫລື ຫລ້າສຸດໃນ Android 4.0 ທີ່ຫາກໍ່ເປີດໂຕໄປບໍ່ດົນມານີ້ ທີ່ໃຊ້ການໃບຫນ້າຂອງເຈົ້າຂອງເຄື່ອງ ໃນການປົດລັອກໂທລະສັບ. ແຕ່ຫລ້າສຸດເກມພິກ, ເມຶ່ອ Apple ໄດ້ຮັບອະນຸຍາດເປັນຜູ້ຖືສິດທິບັດ Facial recognition  ຫລື ລະບົບຈື່ຈຳໃບຫນ້າ.

ຫລາຍຄົນອາດຈະສົງໃສວ່າ ມັນເປັນໄປໄດ້ແນວໃດມີ່ Apple ຈະເປັນເຈົ້າຂອງສິທິບັດນີ້, ຫລື Apple ໄດ້ຮຽນແບບ Android ຫລືບໍ່. ເຊິ່ງຄວາມຈິງແລ້ວ Apple ໄດ້ຍື່ນຂໍສິດທິບັດ ສຳລັບ Facial recognition ນີ້ໄປຕັ້ງແຕ່ 29 ເດືອນມິຖຸນາ ປີ 2010, ເຊິ່ງກ່ອນຫນ້າທີ່ Google ຈະເປີດໂຕໃນ Android 4.0 ແລະ ກ່ອນຫນ້ານັ້ນ ກໍ່ບໍ່ມີທີ່ທ່າວ່າຄ້າຍໃດຈະເຮັດລະບົບນີ້; ອີກທັ້ງທາງ Apple ເອງກໍ່ບໍ່ໄດ້ມີທີທ່າວ່າຈະສົນໃຈລະບົບນີ້ ເຊິ່ງກ່ອນຫນ້ານີ້ກໍ່ມີອອກມາສຳລັບຜູ້ໃຊ້ທີ່ jailbreak ເທົ່ານັ້ນ. ແຕ່ເຖິງຢ່າງໃດກໍ່ດີ ເມຶ່ອ Apple ເຮັດອອກມາແລ້ວ ກໍ່ໄດ້ແຕ່ຫວັງວ່າເຮົາອາດຈະເຫັນລະບົບນີ້ໃນສິນຄ້າຂອງ Apple ໃນໄວໆນີ້ ແລະ ຈະເຮັດວຽກໄດ້ດີກວ່າໃນ Android 4.0 ເພາະໃນ Android 4.0 ຫລື Ice Cream Sandwich ນັ້ນບໍ່ຄ້ອຍຫນ້າສົນໃຈ ແລະ ບໍ່ຄ່ອຍປອດໄພ ເພາະເຮົາສາມາດນຳຮູໄປໃຊ້ເພຶ່ອປົດລັອກໄດ້.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Kinect ສຳລັບ Windows ເປີດໃຫ້ສັ່ງຈອງແລ້ວ, ເລີ່ມວາງຂາຍ ກຸມພາ ນີ້.

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.