ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Android ສະຫລອງຄົບຮອບ 10ພັນລ້ານ ດາວໂຫລດ, ພ້ອມຫລຸດລາຄາແອັບຯ

ຂ່າວໄອທີ

ຫລ້າສຸດທາງ Blog ຂອງ Google ໄດ້ອອກມາໂພສສະຖານະຂອງຍອດການດາວໂຫລດແອັບຯໃນ Android Market ປະຈຸບັນທະລຸ 10ພັນລ້ານ ດາວໂຫລດແລ້ວ. ເຊິ່ງເພີ່ມຂຶ້ນມາ 4ພັນລ້ານດາວໂຫລດ ຈາກສະຖິທີຫລ້າສຸດໃນເດືອນ ກໍລະກົດ ທີ່ມີມີຍອດດາວໂຫລດທະລຸ 6ພັນລ້ານດາວໂຫລດ. ຢ່າງໃດກໍ່ຕາມ ໃນຍອດ 4ພັນລ້ານດາວໂຫລດເພີ່ມຂຶ້ນມາ ແມ່ນໃຊ້ເວລາພຽງ 5ເດືອນ ເທົ່ານັ້ນ; ແລະ ຫາກສັງເກດຕາມຮູບກຼາຟທາງດ້ານລຸ່ມແລ້ວ ຈະມີເຫັນໄດ້ແຈ້ງວ່າຍອດດາວໂຫລດ ແອັບຯ ໃນ Android Market ນັ້ນຂະຫຍາຍຕົວສູງພໍໆກັບ ການຂະຫຍາຍຕົວຂອງອຸປະກອນ Android.

ແນວໃດກໍ່ດີ, ເນື່ອງໃນໂອກາດຄົບຮອບ 10ພັນລ້ານ ດາວໂຫລດ, ທາງ Google ກໍ່ໄດ້ຈັບມືກັບນັກພັດທະນາ ແລະ ຄ້າຍເກມຕ່າງໆ, ຫລູດລາຄາກັນກະຫນ່ຳ ເປັນເວລາ 10ວັນ ໃນລາຄາພຽງ $0.10 ຫລື ບໍ່ຮອດ 1000 ກີບ. ເຊິ່ງໃນນາທີນີ້ກໍ່ໄດ້ເລີ່ມມີນັກພັດທະນາເຂົ້າຮ່ວມແລະຫລຸດລາຄາກັນແລ້ວເຊິ່ງໄດ້ແກ່: Asphalt 6 HDColor & Draw for Kids,Endomondo Sports Tracker ProFieldrunners HDGreat Little War GameMinecraftPaper CameraSketchbook MobileSoundhound Infinity ແລະ SwiftKey X. ນອກຈາກນີ້ຍັງຈະມີເພີ່ມເຕີມເຂົ້າມາ ເຊິ່ງສາມາດຕິດຕາມ Facebook Page ແລະ Twitter @souliyo ຂອງເວັບໄດ້.

ຕິດຕາມ ໂປຼ $0.10/ແອັບຯ ໄດ້ທີ່ https://market.android.com/details?id=apps_timed_promotion&feature=banner

ທີ່ມາ – Google Blog

ລອງອ່ານກ່ຽວກັບ  Google ບອກລາ Google Wave ຍ້ອນໄປບໍ່ລອດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.