ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Acer ເປີດໂຕແທັບເລັດ ICONIA TAB A200 ພ້ອມຈະອັບເກຼດເປັນ ICS

ຂ່າວໄອທີ, ແທັບເລັດ

ລາຍງານຂ່າວຫລ້າສຸດ ບໍລິສັດ Acer ໃນໄຕ້ຫວັນ ໄດ້ປະກາດເປີດໂຕແທັບເລັດໃຫມ່ທີ່ມາກັບຫນ້າຈໍຂະຫນາດ 10.1ນິ້ວ ຊື່ລຸ້ນ ICONIA TAB A200 ຢ່າງເປັນທາງການໄປທີ່ຮຽບຮ້ອຍ. ໂດຍໃນ Acer ICONIA TAB A200 ຈະໃຊ້ CPU ເປັນ NVIDIA® Tegra™ 2 Dual Core 1 GHz ເຊິງຫລາຍຄົນຄາດຫວັງຢາກໃຫ້ເປັນ  NVIDIA® Tegra™ 3 ທີ່ມາກັບ Asus Eee Pad Transformer prime. ຢ່າງໃດກໍ່ຕາມໃນສ່ວນປະກອບອື່ນໆຂອງ ICONIA TAB A200 ກໍ່ຖືວ່າຫນ້າສົນໃຈ ແລະ ແຮງບໍ່ແພ້ແທັບເລັດລຸ້ນອື່ນໆໃນຕະຫລາດປະຈູບັນເຊັ່ນ: ມີ RAM ຂະຫນາດ 1GB, ຫນ້າຈໍຂະຫນາດ 10.1 ນິ້ວ ທີ່ມີຄວາມລະອຽດເຖິງ 1280 x 800 ພິກເຊວ,​ ມີກ້ອງຫນ້າ 2ລ້ານພິກເຊວ (ຫນ້າເສຍດາຍບໍ່ມີກ້ອງຫລັງ), ມີພອດ Full-USB ສຳລັບເຊື່ອມຕໍ່ອຸປະກອນພາຍນອກໄດ້ສະດວກຂຶ້ນ, ຊ່ອງໃສ່ micro-SD Card.

ໃນປະຈຸບັນໄດ້ມີການເລີ່ມວາງຂາຍ ICONIA TAB A200 ໄປທີ່ຮຽບຮ້ອຍ ແຕ່ຈະຍັງໃຊ້ລະບົບປະຕິບັດການເປັນ Android 3.2 Honeycomb. ເຊິ່ງໃນປະເທດອື່ນໆທົ່ວໂລກຄາດວ່າຈະວາງຂາຍໃນເດືອນ ມັງກອນ 2012, ທີ່ມາພ້ອມກັບ Android 4.0 Ice Cream Sandwich ແລະ ໃນເວລານັ້ນ ຜູ້ໃຊ້ໃນປະເທດທີ່ໄດ້ໃຊ້ ICONIA TAB A200 ກ່ອນຫນ້ານີ້, ກໍ່ຈະໄດ້ຮັບການອັບເກດເປັນ Android 4.0 Ice Cream Sandwich ໄປພ້ອມ​ໆກັນ.

ໃນສ່ວນລາຄານັ້ນຍັງບໍ່ມີການເປີດເຜີຍອອກມາແຕ່ຢ່າງໃດ, ແຕ່ມີການຄາດການໄວ້ວ່າຫນ້າຈະຢູ່ທີ່ $400 ເທົ່ານັ້ນ, ແລະ ຈະມີພຽງສອງສີໃຫ້ເລືອກຄື ແດງ ແລະ ດຳ.

ທີ່ມາ -​ Engadget, ແລະ Android Community

ລອງອ່ານກ່ຽວກັບ  Samsung ໄປເຖິງເປົ້າຫມາຍ ຂາຍ Galaxy S ໄດ້ເກີນ 10ລ້ານ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຂໍ້ມູນຕົວເຄື່ອງນີ້ຖືວ່າສູງໃຊ້ໄດ້ເລີຍທີ່ດຽວ ແຕ່ບັນຫາແບນນີ້ຄືເຄື່ອງເຈັ້ງງ່າຍນີ້ແລະຊື້ມາທຳອິດນີ້ກະໄວປືດໆຢູ່ພໍດົນໆ ລະຄວາມສະຖຽນເລີ້ມຊ້າລົງແບັດແຫ່ງບໍ່ເວົ້າ

    1. ສົງໃສມີອະຄະຕິກັບແບນນີ້ຫລາຍເກີນໄປຕິ. ອັນໃຊ້ໄປດົນໆແລ້ວອືດຫັ້ນມັນເປັນນຳ Cache ເຕັມຕິ ເພາະ Android ມັກເຈິະກຳປັນຫານີ້. ສ່ວນເລື່ອງແບັດຫັ້ນ ມັນກໍ່ຂຶ້ນກັບການໃຊ້ງານຂອງທ່ານເອງ. ເຖິງມັນຈະບອກວ່າ 10 ຫລື 12 ຊົ່ວໂມງ, ຫາກທ່ານໃຊ້ຫລິ້ນເກມຫນັກໆ ຕໍ່ 3G ຫລື Wifi ຫມົດມື້ ມັນກໍ່ບໍ່ມີທາງຮອດດອກທ່ານ. ເພາະເທົ່າທີ່ລອງໃຊ້ Acer iconia A100 ມາປະມານຫນຶ່ງກໍ່ຖືວ່າໃຊ້ໄດ້. ຫາກບໍ່ເທົ່າວ່າຂາຍເອົາກຳໄລ ປານນີ້ຍັງຄົງຈະໃຊ້ຕໍ່ໄປຢູ່. 🙂

Leave a Reply to Sisana Senyakone Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.