ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Skype Beta ລຸ້ນຫລ້າສຸດ ຮອງຮັບການເຮັດ Video Calling ໄປຍັງຫມູ່ໃນ Facebook ໄດ້ແລ້ວ

ຂ່າວໄອທີ


ກ່ອນຫນ້ານີ້ Facebook ຈັບມືກັບ Skype ເປີດບໍລິການ Facebook Video Calling ສຳລັບຜູ້ໃຊ້ງານເທິງ Facebook. ແຕ່ນັ້ນຜູ້ໃຊ້ງານ Facebook ທີ່ຕ້ອງການຈະເຮັດ Video Call ໄປຫາຫມູ່ເພື່ອນຈະສາມາດເຮັດໄດ້ສະເພາະແຕ່ເທິງຫນ້າເວັບເທົ່ານັ້ນ, ອີກທັ້ງຍັງຕ້ອງຕິດຕັ້ງສ່ວນເສີມເຂົ້າໄປ ຈຶ່ງຈະສາມາດໃຊ້ງານໄດ້.

ຫລ້າສຸດ Skype ໄດ້ເຮັດໃຫ້ການເຂົ້າເຖິງການສົນທະນາແບບເຫັນຫນ້າ ຫລື Video Calling ໄດ້ງ່າຍຂຶ້ນ ໃນກຸ່ມຜູ້ໃຊ້ Facebook ດ້ວຍກັນ, ດ້ວຍການເພີ່ມຄວາມສາມາດໃຫ້ຜູ້ໃຊ້ງານທີ່ໃຊ້  Skype 5.4 Beta ສຳຫລັບ Mac ແລະ Skype 5.7 Beta ສຳຫລັບ Windows ເຮັດສົນທະນາແບບເຫັນຫນ້າກັນຜ່ານ Skype ໄດ້ແລ້ວ, ລວມເຖິງການສົນທະນາແບບເຫັນຫນ້າລະຫວ່າງຜູ້ໃຊ້ Facebook ຜ່ານ Skype ແລະ ຜູ້ໃຊ້ Facebook ຜ່ານຫນ້າເວັບ. ເຊິງວິທີສຳລັບຜູ້ທີ່ຢາກໃຊ້ Skype ສະທະນາແບບເຫັນຫນ້າກັບຫມູ່ເທິງ Facebook ກໍ່ງ່າຍໆພຽງແຕ່ເຂົ້າໄປ Log in ເຂົ້າໃນ Skype 5.4 Beta ສຳຫລັບ Mac ຫລື Skype 5.7 Beta ສຳຫລັບ Windows ແລ້ວກໍ່ເຮັດການເຊື່ອມຕໍ່ເຂົ້າໄປຍັງ Facebook ຂອງທ່ານ ກໍ່ເປັນອັນວ່າສຳເລັດຜົນ ແລະ ສາມາດ ກົດໂທແບບເຫັນຫນ້າໄປຍັງຫມູ່ເທິງ Facebook ທີ່ໃຊ້ງານ Facebook Video Calling ຢູ່ໄດ້ທັນທີ.

ຫລາຍຄົນອາດຈະງົງ ແລະ ບໍ່ເຂົ້າໃຈວ່າ, ແລ້ວມັນຕ່າງກັນແນວໃດ ກັບ Facebook video Calling?

ຄຳຕອບ: ມັນບໍ່ແຕກຕ່າງກັນ, ເພາະມັນຍັງຄົນເປັນບໍລິການດຽວກັນຢູ່, ພຽງແຕ່ Skype 5.4 Beta ສຳຫລັບ Mac ແລະ Skype 5.7 Beta ສຳຫລັບ Windows ເຂົ້າມາເພີ່ມອີກຫນຶ່ງຕົວເລືອກໃຫ້ທ່ານສາມາດໂທຫາຫມູ່ໃນ Facebook ທີ່ໃຊ້ງານບໍລິການ Facebook Video Calling ຜ່ານໂປຼແກຼມ Skype. ເພີ່ມຄວາມສະບາຍສຳລັບຄົນທີ່ບໍ່ຕ້ອງການຕິດຕັ້ງສ່ວນເສີມເພີ່ມເຂົ້າໄປໃນຄອມພິວເຕີ (ສາມາດເບິງວິດີໂອໂຄສະນາໄດ້ — ທ້າຍຂ່າວ).

ທີ່ມາ – Skype

ລອງອ່ານກ່ຽວກັບ  Microsoft ຈະເປີດບໍລິການ Web-Based ໃນ Windows Phone Marketplace

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.