ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປ່ອຍຊຸດອັບເດດ iOS 5.0.1 ເພຶ່ອແກ້ປັນຫາແບັດເຕີລີ່ຫມົດໄວແລ້ວ

ຂ່າວດ່ວນ, ຂ່າວໄອທີ

ຫລັງຈາກທີ່ iOS 5 ອອກມາໄດ້ບໍ່ດົນ, ກໍ່ໄດ້ມີການລາຍງານເຖິງປັນຫາເລື່ອງ ແບັດເຕີລີ່ຫມົດໄວ ຂອງບັນດາອຸປະກອນຕ່າງໆເປັນຕົ້ນຄື iPhone 4 ແລະ iPhone 4S. ແຕ່ຫລ້າສຸດທາງ Apple ກໍ່ໄດ້ອອກຊຸດອັບເດດ iOS 5.0.1 ເພຶ່ອແກ້ບັນຫາດັ່ງກ່າວຮຽບຮ້ອຍແລ້ວ, ພ້ອມກັບຍັງມີການເພີມ Multitasking Gestures ເຂົ້າໄປຍັງ iPad ລຸ້ນທຳອິດອີກດ້ວຍ.

ສຳລັບຜູ້ໃຊ້ iPhone 3GS, iPhone 4, 4S, iPad 1/2 ຫລື iPod touch (3rd G, 4th G)  ທີ່ໃຊ້ງານ​ iOS 5 ຢູ່ ແລະ ຕ້ອງການອັບເດດ, ກໍ່ໃຫ້ເຂົ້າໄປທີ່ Setting > Genteral > Software Update ເພຶ່ອອັບເດດໄດ້ເລີຍ ຂະຫນາດ 44MB ໂດຍບໍ່ຕ້ອງເຊື່ອມຕໍ່ເຂົ້າກັບ iTunes ເລີຍ. ເພາະຢ່າລືມວ່າ iOS 5 ຮອງຮັບການອັບເດດແບບ OTA ຫລື Over The Air.

ພ້ອມກັນນັ້ນ ສຳລັບຄົນທີ່ມັກ Jailbreak ກໍ່ມີຂ່າວດີມາໃຫ້ເຊັ່ນກັນ, ເພາະຕອນນີ້ທ່ານສາມາດ Jailbreak iOS 5.0.1 ໃນ iPhone, iPad, iPod touch ໄດ້ແລ້ວ ດ້ວຍ RedSn0w 0.9.9b5 ສຳລັບໃຜສົນໃຈ ສາມາດເຂົ້າໄປດາວໂຫລດ ຫລື ອ່ານຂັ້ນຕອນໄດ້ທີ່ນີ້

 

ລອງອ່ານກ່ຽວກັບ  Samsung ປະຕິເສດເລື່ອງຍອດ ການສົ່ງຄືນເຄືອງ Galaxy Tab

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຫາກະອັບເປັນ iOS 5 ມາບໍ່ຮອດທິດ iOS 5.0.1 ມາອີກລະວະນິ
    ໃຜອັບແລ້ວຊ່ວຍບອກແນ່ວ່າມັນມີຫຍັງດີຂື້ນມາອີກ ຂໍ້ດີຂໍ້ເສຍລະຫວ່າງໂຕເກົ່າ ແລະໂຕໃໝ່?

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.