ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ວິທີການຕິດຕັ້ງແປ້ນພິມພາສາລາວ ໃຫ້ກັບອຸປະກອນ Android

How To...

ເມຶ່ອຫລາຍຄົນມີການຮຽກຮ້ອງ ແລະ ຕ້ອງການຄວາມຊ່ວຍເຫລຶອກ່ຽວກັບການຕິດຕັ້ງແປ້ນພິມພາສາລາວໃນ Android, ທາງຜູ້ຂຽນເອງກໍ່ບໍ່ນັ່ງຢູ່ຫລ້າໆ, ແລະ ເມຶ່ອມີໂອກາດກໍ່ໄດ້ມາຂຽນບົດຄວາມແນະນຳວິທີການຕິດຕັ້ງແປ້ນພິມພາສາລາວ ໃນອຸປະກອນ Android ຂອງທ່ານ ດ້ວຍຂັ້ນຕອນງ່າຍໆຈຳນວນ 4ຂັ້ນຕອນ. ແຕ່ກ່ອນອື່ນ ຕ້ອງຂໍບອກກ່ອນວ່າ, Android ຂອງທ່ານຈະຕ້ອງຮອງຮັບການສະແດງຜົນພາສາລາວ. ເຊິ່ງຫາກທ່ານກຳລັງໃຊ້ງານອຸປະກອນຕະກຸນ Galaxy ຢູ່, ຖ່ານສາມາດເຂົ້າໄປຕິດຕາມວິທີການຕິດຕັ້ງຟ້ອນພາສາລາວໃນອຸປະກອນຂອງທ່ານກ່ອນ ທີ່ http://www.souliyo.com/galaxy-laodroid ແຕ່ຫາກວ່າໂທລະສັບຂອງທ່ານເປັນລຸ້ນອື່ນ, ກໍ່ໃຫ້ທ່ານຫາວິທີການ Root ແລ້ວນຳຟ້ອນພາສາລາວໄປແທນໃສ່ໄດ້. ແລ້ວຫລັງຈາກນັ້ນ ມາຕິດຕາມວິທີການຕິດຕັ້ງແປ້ນພິມພາສາລາວກັນ.

1. ໃຫ້ທ່ານກັບເຂົ້າໄປທີ່ Android Market ອີກເທຶ່ອຫນຶ່ງ, ເພຶ່ອເຮັດການດາວໂຫລດແປ້ນພິມ ໂດຍເຂົ້າໄປຄົ້ນຫາດ້ວຍຄຳວ່າ “Anysoftkeyboard ” ທ່ານກໍ່ຈະເຫັນ Anysoftkeyboard ຂຶ້ນມາ ແລ້ວກໍ່ໃຫ້ກົດເຂົ້າໄປ ແລ້ວເລືອກຕິດຕັ້ງດ້ວຍການກົດທີ່ Install.

2. ເມຶ່ອຕິດ Anysoftkeyboard ສຳເລັດຮຽບຮ້ອຍແລ້ວ ກໍ່ໃຫ້ທ່ານເຂົ້າໄປດາວໂຫລດແພັກທີ່ເປັນຄີບອດລາວອີກເທຶ່ອຫນຶ່ງໂດຍການພິມຄຳຄົ້ນວ່າ “Anysoftkeyboard lao” ຫລັງຈາກນັ້ນທ່ານກໍ່ຈະເຫັນແພັກພາສາລາວ ສຳລັບ Anysoftkeyboard ອອກມາ, ຫລັງຈາກນັ້ນກໍ່ກົດເຂົ້າໄປ ແລ້ວເຮັດການດາວໂຫລດ ພ້ອມຕິດຕັ້ງໃຫ້ຮຽບຮ້ອຍ.
3. ເມຶ່ອຕິດຕັ້ງ Anysoftkeyboard ແລະ ແພັກພາສາລາວລົງໄປແລ້ວ, ຕໍ່ມາກໍ່ເປັນຂັ້ນຕອນຂອງການຕັ້ງຄ່າການເປີດໃຊ້ງານ, ເຊິ່ງທ່ານຜູ່ອ່ານສາມາດເຂົ້າໄປທີເມນູ Settings ແລ້ວກໍ່ເລືອນໄປກົດທີ່ Locale and Text ຫລັງຈາກນັ້ນໃຫ້ເລືອນໄປທີ່ AnySoftKeyboard ແລ້ວໃຫ້ເພີ່ມເອົາ AnySoftKeyboard ໂດຍການ check ເລືອກເອົາ, ເພຶ່ອເປີດໃຊ້ງານ ແລ້ວກໍ່ກົດ OK. (ຕົວຢ່າງສັງເກດໄດ້ຈາກຮູບລຸ່ມນີ້).


4. ເມຶ່ອເປິດໃຊ້ງານ AnySoftKeyboard ແລ້ວ, ເພຶ່ອໃຫ້ແນ່ໃນວ່າ ທ່ານມີແພັກພາສາລາວໃນ AnySoftKeyboard ກໍ່ໃຫ້ເຂົ້າໄປທີ່ AnySoftKeyboard ສ່ວນທີ່ເປັນ Settings ແລ້ວກໍ່ເລືອນລົງໄປເລືອກເອົາໃນສ່ວນຂອງ Keyboards ແລະ ເມຶ່ອເຂົ້າມາແລ້ວ, ໃຫ້ທ່ານເລືອກໃສ່ເຄື່ອງຫມາຍຖືກທີ່ຢູ່ທາງດ້ານຂວາຂອງຄຳວ່າ Lao, ແຕ່ຫາກວ່າທ່ານເຫັນຄຳວ່າ Lao ມີເຄື່ອງຫມາຍຖືກເປັນສີຂຽວແລ້ວກໍ່ສະແດງວ່າ AnySoftKeyboard ຂອງທ່ານໄດ້ເປີດໃຊ້ແພັກພາສາລາວເປັນທີ່ຮຽບຮ້ອຍແລ້ວ.

ພຽງເທົ່ານີ້ກໍ່ຖືວ່າສິ້ນສຸດການຕິດຕັ້ງ ຟ້ອນພາສາລາວ ແລະແປ້ນພິມພາສາລາວແລ້ວ, ໃນເວລາໃຊ້ງານ ແລະ ຢາກໃຊ້ງານພາສາລາວ ກໍ່ພຽງແຕ່ໃຫ້ທ່ານກົດຄ້າງໄປທີ່ຟອມ ຫລື ຊ່ອງຕື່ມຂໍ້ມູນ ຈົນຂຶ້ນເມນູມາໃຫ້ເລືອກ ກໍ່ໃຫ້ທ່ານເລືອກໄປທີ່ Input method ແລ້ວກໍ່ຈະມີລາຍຊື່ຄີບອດອອກມາໃຫ້ເລືອກ, ກໍ່ໃຫ້ທ່ານເລືອກ AnysoftKeyboard ແລະພຽງເທົ່ານີ້ກໍ່ພິມພາສາລາວໄດ້ແລ້ວ.

ລອງອ່ານກ່ຽວກັບ  Code Java script ປິດໃຫ້ເວັບຄິກຂວ່າບໍ່ໄດ້

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ຂ້ອຍລອງແລ້ວແຕ່ບໍ່ໄດ້ໂທລະສັບຂອງຂ້ອຍSony Ericsson Xperia Arc S
    ຂໍຄວາມຊ່ວຍເຫຼືອແນ່

    1. ໂທລະສັບຂອງທ່ານຕ້ອງສາມາດອ່ານພາສາລາວໄດ້ກ່ອນ. ຫລັງຈາກນັ້ນ ກໍ່ປະຕິບັດຕາມນີ້

      1. ແລ້ວທ່ານພໍບອກວິທີເຮັດໃຫ້ໂທລະສັບຂ້ອຍອ່ານລາວໄດ້ບໍ

        1. ທ່ານຕ້ອງ Root ກ່ອນເນາະ, ເຊິງວິທີການ Root ມັນກໍ່ແຕກຕ່າງກັນໄປໃນແຕ່ລະລຸ້ນ.

          1. ໂດຍຂອບໃຈຫຼາຍໆທີ່ຕອບຄຳຖາມ ແນວໃດກໍ່ຈະຊອກຫາວິທີRoot ເຕີ່ມ

  2. ຢາກຖາມເຮັດແນວໃດຈື່ງສາມາດໃຫ້ໂທລະສັບພິມພາສາລາວໄດ້

  3. ຂໍຖາມແດ່ ຖ້າມືຖືຫາກໍອັບເດດເປັນ Ics ແລ້ວອ່ານລາວບໍ່ໄດ້ ແປ້ນພິມກໍມີບໍ່ຄົບຕົວອັກສອນ ຄວນເຮັດແນວໃດດີ ຫຼື ມີໂປຣແກຣມສຳລັບ Galaxy S2 ICS ບໍ?
    ຂອບໃຈ

  4. ຂໍຖາມທານແດ່ ຂ້າພະເຈົ້າ Update Galaxy S2 ເປັນ ICS ສາມາດພິມພາສາລາວໄດ້ ແຕ່ການສະແດງຜົນທີ່ເປັນພາສາລາວ ມັນຄືມີບັນຫາ

  5. ຂໍຖາມທ່ານແດ່ ຂ້າພະເຈົ້າໃຊ້ sumsung galaxy tab 10.1 ແຕ່ໃຊ້ພາສາລາວບໍ່ໄດ້
    ຫລັງທີ່ໄດ້ຕິດຕັ້ງທີ່ບອກໃນເວັບ ແຕ່ກໍ່ບໍ່ສາມາດໃຊ້ໄດ້. ໃຜສາມາດເຮັດໄດ້ ຂໍຊ່ວຍແດ່.
    ຂອບໃຈ

    1. ຂ້າພະເຈົ້າກໍ່ໃຊ້ 10.1 ໃຊ້ພາສາລາວໄດ້ກັບບາງ ໂປແກມ ຖ້າຢາກອ່ານໃນ web ແມ່ນໃຫ້ໃຊ້ opera

  6. ຊ່ວຍບອກແດ່ ວ່າ HTC FLYER ສາມາດອ່ານພາສາລາວ ໄດ້ບໍ່?

  7. ຂໍຖາມບັນດາທ່ານຜູ້ຊ່ຽວຊານທັງຫລາຍ ຂ້າພະເຈົ້າ ຕ້ອງການ set up ເບີໂທລະສັບ ລົງໃສ່
    Samsung Galaxy s hoppin, ຄວນຈະເຮັດແນວໃດ? ຂອບໃຈລ່ວງໜ້າ ທີ່ຊ່ວຍເຫລືອ

  8. ສະບາຍດີ ຂໍຖາມແດ່ ຂ້ອຍໄຊ້ HTC sensation ແລັວໄດ້ລອງໂຫຼດ ແປັນພີມພາສາລາວ ເຂົາມາໄຊ້ແລ້ວ ແຕ່ເວລາຂຽນມັນຈະບໍ່ໂຊ ແລະບໍ່ເຫັນໂຕໜັງສືເລີຍຫຍັງເລີຍ
    ເຄີຍລອງສົ່ງຫຼີ້ນກັບໜູ່ເຂົ້າໂທລະສັບເຂົາເຈົ້າຮັບໄດ້ ເປັນພາສາລາວ
    ແຕ່ຂ້ອຍບໍ່ເຫັນຫັຍງເລີຍ ຂໍລົບກວນບອກວີທີແກ້ໄຂໄຫ້ແນ່ ຂອບໃຈ

  9. ຂ້າພະເຈົ້າ ສຸດດີໃຈ ທີ່ມີເວັບລາວ ກ່ຽວກັບເລື່ອງໄອທີ ຂ້າພະເຈົ້າເອງຂໍຊົມເຊີຍທ່ານລວມທັງທີມງານຂອງທ່ານ(ບໍ່ຮູ້ວ່າທ່ານເຮັດວຽກນີ້ຜູ້ດຽວ ຫລື ຫລາຍຄົນ ຖ້າເຮັດຄົນດຍວກໍ່ຂໍດີໃຈນຳຄອບຄົວຂອງທ່ານ) ຂພຈ ບໍ່ໄດ້ຮຽນເລື່ອງໄອທີ ແຕ່ມີຄວາມສົນໃຈ) ຂພຈ ຂໍຄວາມຊ່ວຍເຫລືອຈາກທ່ານແນ່ ໂທລະສັບ ຂພຈ LG P698 ອ່ານພາສາລາວໃນເວບໄດ້ແຕ່ບໍ່ງາມ ແຕ່ກໍ່ພໍໃຈ ສິ່ງທີ່ຂພຈ ຕ້ອງການຄວາມຊ່ວຍເຫລືອຈາກທ່ານກໍ່ຄື ໂທລະສັບຂ້າພະເຈົ້າ ອ່ານພາສາລາວໃນ office ( word, exell,..) ບໍ່ໄດ້ ລວມທັງຂຽນກໍ່ບໍ່ໄດ້ ເຊຶ່ງຂ້າພະເຈົ້າໄດ້ລອງໝົດທຸກວິທີ ທີ່ທ່ານບອກແລ້ວ ກໍ່ຍັງບໍ່ໄດ້ (ເນື່ອງຈາກ ໂທລະສັບຂອງຂ້າພະເຈົ້າບໍ່ມີ font style
    ຫວັງຢ່າງຍິ່ງວ່າຈະໄດ້ຮັບຄຳຕອບພ້ອມດ້ວຍວິທີແກ້ໄຂຈາກທ່ານ (ດ້ວຍຄວາມເຄົາລົບຢ່າງສູງ)

  10. ສະບາຍດີ ຂ້ອຍດີໃຈທີ່ພົບເວັບພວກທ່ານ ແລະ ຂ້ອຍບໍ່ເກັ່ງດ້ານ IT ແຕ່ມີຄວາມສົນໃຈ ແລະ ຂໍຄວາມຊ່ວຍເຫຼືອ ຈາກພວກທ່ານ ຂ້ອຍຕ້ອງການ ນຳເອກະສານທີ່ເປັນ ເວີດ ແລະ ເອັກແຊວ ເຂົ້າອ່ານໃນໂທລະສັບ (ເປັນໂຕລາວ) ໂທລະສັບຂ້ອຍ Galaxy beam ເພື່ອສາຍ Projector ແລະ ແກ້ໄຂໄປພ້ອມ

    ຫວັງວ່າພວກທ່ານຄົງມີວິທີດີໆຊ່ວຍເຫຼືອຂ້າພະເຈົ້າ ດ້ວຍຄວາມເຄົາລົບ!

    1. ຂ້ອຍບໍ່ຄິດວ່າ ພາສາລາວ ຈະໃຊ້ໄດ້ໝົດທຸກໂປແກມ ໂດຍສະເພາະໂປແກມທີ່ເຈົ້າວ່າ ເພາະຂ້ອຍກະເຄີຍລອງມາຫລາຍລຸ້ນ

  11. ສະບາຍດີ souliyo.com
    ລົບກວນແນ່ ຄືຂອ້ຍມີ IQ 2a ທີ່ຕິດຕັ້ງ App laodriod ແລ້ວ ແຕ່ບໍ່ສາມາດ ຂຽນ ແລະ ອ່ານພາສາລາວໄດ້
    ບໍ່ຮູ້ວ່າເປັນຍັງ ລບກວນຊ່ວຍບອກແນ່ ຈະເປັນພະຄຸນຢ່າງຫຼາຍ

    1. ທົດລອງ root ເຄື່ອງ ແລ້ວຈື່ງເອົາພາສາລາວໄປໃສ່

  12. ຂໍຖາມແນ່ htc one ລົງຟ້ອນລາວ ກັບ ຄີບອດພາສາລາວ ໄດ້ບໍ່
    ລົບກວນບອກວິທີແນ່

    ຂອບໃຈ ລ່ວງໜ້າ

  13. ຂໍຄວາມຊ່ວຍເຫລືອກ່ຽວກັບ sony xperia z ເຮັດໃຫ້ອ່ານພາສາລາວໄດ້ໂດຍບໍ່ຕ້ອງ root ພໍມີວິທີບໍ່?
    ຂອບໃຈຫລາຍໆ

  14. sony xperia z ອ່ານພາສາລາວໄດ້ ແຕ່ທ່ານຕອ້ງຮູ້ຈາກວິທີ່Root ມັນກ່ອນເດີ້ ແລ້ວ ເອົາຟັອນລາວ ທັບໃສ່

  15. ປັນຈຸບັນນີ້ແອັນດຼອຍ ທຸກໆ ຣຸ້ນ ທີ່ມັນສາມາດRootໄດ້ ກໍສາມາດເອົາພາສາລາວ ຍາດລົງໄປໄດ້ສຳໃບຫລາຍເດີ້ ພີ່ນອ້ງສາວລາວທັງຫລາຍ

  16. ສະບາຍດີແອັດມິນ ຂ້ອຍຕ້ອງການຕັ້ງພາສາລາວໄສ່ໂທລະສັບ samsung Galaxy s4 soom,ຂ້ອຍກຳເຮັດຕາມສະເຕັບທີ່ເຈົ້າແນະນຳແຕ່ມັນກະຍັງໄໍຊ້ບໍ່ໄດ້. ໃຊ້ Lao Driod ມັນກະຟ້ອງວ່່າບໍ່ສັບພອດ
    ຂໍໃຫ້ແອັດມິນແນະນຳວິທີແລະແກ້ໄຂຊ່ວຍແດ່. ອີກຍ່າງ Goolgle play store ກະບໍ່ມີຢູ່ໂມບາຍເຄື່ອງນີ້ຈັກມັນຢູ່ໄສ

  17. ສະບາຍດີ ທ່ານທີ່ສະຫລາດຂອງລາວເຮົາ ຂໍໃຫ້ ອັບເດດ ແລະຕິດຕັ້ງ ພາສາລາວໃຫ້ ລູກຄ້າ ແລະລູກໃຊ້ Samsung Galax family ໃວໆໃດ້ບໍ່? ຖ້າບໍ່ດັ່ງນັ້ນເຫັນເປັນການວ່າ ຕັດສິດເສລິພາບຂອງພວກລູກຄ້າຫລືພວກລູກໃຊ້ ພາສາລາວແນ່ນອນມຂໍຮ້ອງດວ້ຍຄວາມເຄົາຮົບນັບຖືຢ່າງສູງ ເພື່ອເປີດໂອກາດໃຫ້ມໍລະດົກລາວກາຍເປັນມໍລະດົກໂລກໄປໃນຕົວ ເພາະ ທີ່ໃດເຂົາກໍວ່າ ລາວເປັນມະຫາອຳນາດທາງການເມືອງແລະຄວາມຄິດປະດິດສ້າງທາງສັງຄົມນິຍົມໂລກໃຫ່ມໃນເອເຊັຍ ເປັນຫັຽງຈື່ງຍັບຢັ້ງສີ່ງນີ້ໃວ້ໂດຍເປົາປະໂຍດເລົ່າ.
    ຮ້ອງຮຽນມາດ້ວຽຄວາມນັບຖືຢ່າງສູງ
    ຈາກ ພີຍານລາວ. http://www.jw.org

  18. ຕິດຕັ້ງແລ້ວໆ ແຕ່ເປັນຫຍັງ ເວລາພິມ ບໍ່ເຫັນສະຫຼະ ກະລຸນາຊ່ວຍເຫຼືອແດ່ ຂອບໃຈລ່ວງຫນ້າ

  19. ຂ້ອຍໃຊ້ແທ້ບເລັດ Lenovo yoga, android4.2 ແຕ່ບໍ່ອ່ານພາສາລາວ, ທ່ານ ມີວິທີແກ້ໄຂແນວໃດ?
    ແລະອີກອັນໜຶ່ງຍາກຮູ້ວິທີ root ມີຂັ້ນຕອນໃດແດ່?

    ຂອບໃຈ

  20. ສະບາຍດີ ຊ່ວຍແນະນຳວິທີການຕິດຕັ້ງ Lao Keyboard ແດ່ໃນໂທລະສັບ Alcatel One touch idol 6030D ຂ້ອຍໄດ້ Root ເຄື່ອງແລ້ວແຕ່ບໍ່ສາມາຂຽນ ແລະ ອ່ານພ່ສາລາວໄດ້ເລີຍ

  21. ຂໍຖາມແນ່ ຖ້າເຮົາ root ແລ້ວ ພໍຊິມີຟາຍ ຟອນທີ່ຈະເອົາໄປໃສ່ບໍ່

Leave a Reply to Souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.