ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google Music ເຂົ້າສູ່ສະຖານະສົມບູນ ພ້ອມເປີດຮ້ານຂາຍເພງແລ້ວ

ຂ່າວໄອທີ

ກ່ອນຫນ້ານີ້ໃນງານ Google IO 2011 ທາງ Google ໄດ້ເປີດໂຕບໍລິການ Google Music beta ໃຫ້ກັບຜູ້ໃຊ້ໃນອາເມລິກາໄດ້ທົດລອງໃຊ້ງານພ້ອມກັບພື້ນທີ່ເກັບເພງໄດ້ເຖິງ 20,000 ເພງ ແບບຫລ້າໆ. ຫລ້າສຸດໃນວັນພຸດ ທີ 16 ພະຈິກ ທີ່ຜ່ານມາ ທາງ Google ໄດ້ປ່ຽນບໍລິການ Google Music ຈາກລຸ້ນທົດສອບເຂົ້າສູ່ສະຖານະສົມບູນ ພ້ອມກັບການເປີດຮ້ານຂາຍເພງອອນໄລນ໌ຂອງຕົນເອງຢ່າງຮຽບຮ້ອຍແລ້ວ ໃນງານ These Go To Eleven.

ເຊິງການເປີດຮ້ານຂາຍເພງອອນໄລນ໌ຂອງ Google ເທຶ່ອນີ້, ກໍ່ມີໄວ້ໃຫ້ຜູ້ໃຊ້ໄດ້ເລືອກຊື້ເຖິງ 13ລ້ານເພງດ້ວຍກັນ ຈາກຄ້າຍເພງຍັກໃຫຍ່ເຊັ່ນ Universal, EMI, Sony Music ແລະ ອີກ 23 ຄ້າຍເພງອິດສະຫລະ ອີກດ້ວຍ. ຮ້ານຂາຍເພງຂອງ Google ຍັງເຂົ້າມາເປັນສ່ວນຫນຶ່ງໃນ Android market ເຊິ່ງເປີດໃຫ້ຜູ້ໃຊ້ Android ສາມາດຊື້ເພງໄດ້ງ່າຍຂຶ້ນ. ເຊິ່ງຜູ້ໃຊ້ສາມາດເລືອກຊື້ເພງທີ່ມັກໄດ້ແບບເລືອກຊື້ເປັນເພງ, ຫລື ຫມົດອັລບັ້ມໄດ້. ເຊິ່ງເມຶ່ອມີການຊື້ເພງຈາກ Google Music Store ແລ້ວເພງກໍ່ຈະຖືກສົ່ງໄປຍັງ Google Music Library ຂອງຜູ້ໃຊ້ ແລະ ອຸປະກອນທຸກໂຕທີ່ມີການເຊື່ອມຕໍ່ກັນກັບບັນຊີດັ່ງກ່າວ.

ນອກນັ້ນແລ້ວ, ໃນ Google Music ຈະຍັງມີປຸ່ມ +1 ສຳລັບໃຊ້ເພຶ່ອແຊເພງທີ່ທ່ານມັກ ຫລື ເພງທີ່ທ່ານໄດ້ຊື້ໄປແລ້ວ ໄປຫາຫມູ່ ໃນ Google+ ໃຫ້ສາມາດຟັງໄດ້ ແລະຟັງໄດ້ເຕັມເພງອີກດ້ວຍ.

ຫນ້າເສຍດາຍ, ປະຈຸບັນນີ້ທັ້ງ Google Music ແລະ Google Music Store ຍັງເປີດບໍລິການສະເພາະໃນອາເມລິກາເທົ່ານັ້ນ, ເຊິ່ງສຳລັບປະເທດອື່ນໆຫນ້າຈະໄວໆນີ້. 

ທີ່ມາ ແລະ ລາຍລະອຽດເພີ່ມເຕີມ — Google Music

ລອງອ່ານກ່ຽວກັບ  Google ເປີດໂຕ Google Wallet ແລະ Google Offer ເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.