ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Gmail ອັບເດດຫນ້າຕາໃຫມ່ໃຫ້ກັບຜູ້ໃຊ້ ຢ່າງເປັນທາງການແລ້ວ

ຂ່າວໄອທີ

ຫລັງຈາກທີ່ Gmail ເປີດຮູບແບບຫນ້າຕາໃຫມ່ໃຫ້ກັບຜູ້ໃຊ້ໄດ້ທົດລອງໄປໃນເດືອນສິງຫາທີ່ຜ່ານມາ. ຫລ້າສຸດທາງ Google ກໍ່ໄດ້ປ່ອຍເວີຊັ່ນສົມບູນຫລື ອັບເດດຢ່າງເປັນທາງການໃຫ້ກັບຜູ້ໃຊ້ Gmail ທັງຫມົດແລ້ວ.

ເຊິ່ງໃນ Gmail ຮູບຫນ້າຕາໃຫມ່ນີ້ ຈະບໍ່ມີພຽງຫນ້າຕາເທົ່ານັ້ນທີ່ປ່ຽນໄປ, ແຕ່ມັນລວມໄປເຖິງການເພີ່ມຄວາມສາມາດ ທີ່ເຮັດໃຫ້ຜູ້ໃຊ້ ສາມາດໃຊ້ງານໄດ້ງາຍຂຶ້ນອີກດ້ວຍ.

ເຊິ່ງເລີ່ມຈາກ Streamlined conversations: ເຊິ່ງ ໂຕ Streamlined conversations ຈະເປັນໂຕຈັດການ ການສະແດງຜົນຫົວຂໍ້ອີເມວທີ່ມີການໂຕ້ຕອບກັນ ໃຫ້ເປັນລັກສະນະແບບໂປຼແກຼມສົນທະນາ ທີ່ມີຮູບຂອງຄູ່ສົນທະນາຢູ່ຕາມແຕ່ລະຂໍ້ຄວາມ. ເຊິ່ງອັນນີ້ຈະເຮັດໃຫ້ສະດວກໃນການອ່ານຂໍ້ຄວາມເກົ່າໆ ໃນບົດສົນທະນາ.

ຕໍ່ມາກໍ່ເປັນ Elastic density ເຊິ່ງຈະເປັນໂຕຈັດການຂະຫນາດຂອງການສະແດງຜົນ, ຄືໃນ Gmail ເວີຊັ່ນໃຫມ່ນີ້ຈະຮອງຮັບການສະແດງຜົນໃນຫນ້າຈໍທຸກຂະຫນາດ ບໍ່ວ່າຫນ້າຈໍຈະນ້ອຍຫລືໃຫຍ່ ຫລື ທ່ານຈະຂະຫຍາຍອອກ ຫລື ຫຍໍ້ເຂົ້າ ມັນກໍ່ຈະມີການປັບໂຕລົງໃຫ້ສົມດຸນ ກັບຂະຫນາດນັ້ນໆ ພ້ອມນັ້ນຍັງສາມາດປັບໄດ້ ງ່າຍໆດ້ວຍການຄິກທີ່ປຸ່ມ Setting.

ໃນສ່ວນຂອງ Theme ອັນນີ້ຫລາຍໆຄົນອາດຈະມັກ, ເຊິ່ງໃນ Gmail ໂຕໃຫມ່ນີ້ ຈະມີການປັບປຸງລະບົບ Theme ໃຫມ່ ແຕ່ Theme ຍອດນິຍົມໃນເວີຊັ່ນກ່ອນຫນ້ານີ້ ກໍ່ຈະຍັງຖືກນຳມາໃຊ້ຢູ່ ແລະ ໄດ້ມີການປັບປຸງໃຫ້ສະແດງຜົນໄດ້ດີໃນລະບົບ HD themes. ໃນ ດ້ວຍຄວາມສາມາດໃຫມ່ HD themes ທາງ Gmail ໄດ້ອະນຸຍາດໃຫ້ຜູ້ໃຊ້ສາມາດໃສ່ຮູບທີ່ມີຄວາມລະອຽດສູງ ທີ່ນຳມາຈາກ iStockphoto ໄດ້. ອັນນີ້ໃຜທີ່ມີຄອມຫນ້າຈໍໃຫຍ່ໆ ຄວາມລະອຽດສູງໆ ອາດຈະຖືກໃຈໄປຕາມໆກັນ.

ນອກນັ້ນແລ້ວຍັງມີລະບົບ navigation ທີ່ດີຂຶ້ນກວ່າເກົ່າ. ເຊິ່ງການສະແດງຜົນໃນກ່ອງຂໍ້ຄວາມ ຫລື Folder ອື່ນໆນັ້ນຈະຖືກສະແດງຜົນຄວບຄູ່ກັບກ່ອງແຊັດຢູ່ຕະຫລອເວລາ. ນອກນັ້ນ ຍັງສາມາດປັບປ່ຽນຂະຫນາດຂອງແຕ່ລະ ຕຳແຫນ່ງໄດ້ອີກດ້ວຍ. ພ້ອມນັ້ນການປັບປ່ຽນຂະຫນາດຕ່າງໆກໍ່ຈະຖືກເກັບໄວ້ຍັງ Server ຂອງ Gmail ແລະ ເປັນຄົງທີ່ຢູ່ກັບ Gmail ເຮົາຕະຫລອດ ເຖິງວ່າຈະປ່ຽນໄປໃຊ້ຄອມຫນ່ວຍອື່ນກໍ່ຕາມ.

ສຸດທ້າຍເປັນຄວາມສາມາດທີ່ຜູ້ຂຽນມັກທີ່ສຸດ ແລະ ເຊຶ່ອວ່າຫລາຍໆຄົນທີ່ມັກກັບໄປຄົນຫາ email ເກົ່າໆທີ່ໄດ້ຮັບ ກໍ່ອາດຈະມັກ ເພາະມັນຄືລະບົບຄົ້ນຫາ. ລະບົບຄົ້ນຫາ email ເກົ່ານີ້ ບໍ່ໄດ້ເປັນສິ່ງທີ່ແປກໃຫມ່ສຳລັບ Gmail ແຕ່ໃນ Gmail ເວີຊັ່ນໃຫມ່ນີ້ໄດ້ມີການປັບລະບົບການຄົ້ນຫາ, ເຊິ່ງທີ່ເຮົາສາມາດລະບຸຜູ້ສົ່ງ, ວັນທີ່ໄດ້ຮັບ, ຫົວເລື່ອງ, ເວລາ ແລະ ລວມໄປເຖິງການລະບຸວ່າມີໄຟລ໌ແນບຫລືບໍ່ ໄດ້ອີກດ້ວຍ.

ສຳລັບໃຜທີ່ເຂົ້າໄປທີ່ຕ້ອງການໃຊ້ Gmail ເວີຊັ່ນໃຫມ່ນີ້ ກໍ່ບໍ່ຍາກ, ພຽງແຕ່ເຂົ້າໄປທີ່ Gmail ແລ້ວໃຫ້ສັງເກດທີ່ລຸ່ມສຸດຂອງຫນ້າເບື້ອງຂວາມື, ທ່ານຈະເຫັນຄຳວ່າ Switch to the new look ແລ້ວກໍ່ຄິກອີກເທຶ່ອຫນຶ່ງທີ່ກ່ອງຂໍ້ຄວາມທີ່ເດັ້ງຂຶ້ນມາ. ແຕ່ຢ່າງໃດກໍ່ຕາມ Gmail ເວີຊັ່ນໃຫມ່ ກໍ່ຈະອັບເດດແບບອັດຕະໂນມັດໃນອີກບໍ່ດົນນີ້.

ທີ່ມາ – Gmail Blog

ລອງອ່ານກ່ຽວກັບ  ຂໍ້ສະຫລຸບຂອງງານຖະແຫລງຂ່າວຂອງ Apple ກັບ iPhone4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.