ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ຈະວາງຂາຍ Samsung Galaxy Tab 7.0 Plus ກາງເດືອນພະຈິກນີ້. ອັບເດດ: ເລີມວາງຂາຍແລ້ວ

ຂ່າວໄອທີ, ແທັບເລັດ

ລາຍງານຫລ້າສຸດ Samsung ໄດ້ອອກມາປະກາດວັນທີ່ຈະວາງຂາຍແທັບເລັດ Galaxy Tab 7.0 Plus ຢ່າງເປັນທາງການແລ້ວໃນປະເທດອາເມລິກາ. ເຊິ່ງ Galaxy Tab 7.0 Plus ຈະເລີ່ມວາງຂາຍໃນວັນທີ 13ພະຈິກ ທີ່ຈະຮອດນີ້ັ, ແລະ ຍັງໄດ້ເປີດໃຫ້ສັ່ງຈອງອີກດ້ວຍ, ເຊິ່ງຈະເລີ່ມໃຫ້ເປີດຈອງໃນວັນທີ 23ຕຸລານີ້ແລ້ວ.

ຕາມທີ່ໄດ້ລາຍງານໄປກ່ອນຫນ້ານີ້ແລ້ວວ່າ Galaxy Tab 7.0 Plus ຈະເປັນລຸ້ນທີ່ຂຶ້ນມາແທນ Galaxy Tab ລຸ້ນທຳອິດ ທີ່ໃຊ້ Android Gingerbread, ເຊິ່ງໃນ Galaxy Tab 7.0 Plus ຈະມາກັບ Android 3.2 Honeycomb ທີ່ມີ CPU ສອງແກນສະຫມອງ 1.2 GHz ພ້ອມ Ram ອີກ 1GB. ນອກນັ້ນແລ້ວ Galaxy Tab 7.0 Plus ຍັງມີກ້ອງທີ່ຄວາມລະອຽດ 3ລ້ານພິກເຊວ ທີ່ສາມາດຖ່າຍວິດີໂອໄດ້ລະອຽດເຖິງລະດັບ HD 720p ແຕ່ໃນສ່ວນຫນ້າຈໍ ຈະເປັນຈໍ LCD ຂະຫນາດ 7ນິ້ວ ຄວາມລະອຽດ 1024 x 600.

ຢ່າງໃດກໍ່ຕາມ Galaxy Tab 7.0 Plus ມີລາຄາວາງຈຳຫນ່າຍທີ່ $399 ຕໍ່ເຄື່ອງ ສຳລັບລຸ້ນ 16GB WIFI ແລະ ຈະຍັງວາງຂາຍພຽງລຸ້ນ 16GB ເທົ່ານັ້ນ. ສ່ວນລຸ້ນທີ່ມີຄວາມຈຳ 32GB  ນັ້ນ ອາດຈະມາຕາມຫລັງໃນປີຫນ້າ ໂດຍລາຄາອາດຈະປະມານ $499.

ອັບເດດ ວັນສຸກ ທີ 4 ພະຈິກ: ເລີ່ມວາງຂາຍຢ່າງເປັນທາງການແລ້ວ ສະເພາະລຸ້ນ 16GB ໃນລາຄາ $399 ພ້ອມກັບປະກາດລາຄາຂອງລຸ້ນ 32GB ອອກມາແລ້ວ ຢູ່ທີ່ $499.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Nintendo DSi ໃຊ້ "ໃບຫນ້າ" ຂອງທ່ານໃນການ ຫລິ້ນເກມ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ສະເປັກເຄື່ອງ ທີ່ມາພ້ອມກັບ Android 3.2 Honeycomb ແລະ ຮູບຮ່າງ, ສີສັນ ລົງໂຕເບີ່ງທັນສະໄໝດີ ໜ້າສົນໃຈ

  2. ລຸ້ນ 3G ຍັງບໍ່ອອກມາຫວາ?? ເສຍດາຍກ້ອງໜ້າຈະ 5ລ້ານ ພິກເຊວ ກັບວິດິໂອ 1020p ລະ Perfect ><

Leave a Reply to ພາຢຸ ເທບເທວາ Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.