ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ASUS ເປີດໂຕ Eee Pad Transformer Prime ແທັບເລັດ ພ້ອມ Quad-core Tegra 3

ຂ່າວໄອທີ, ແທັບເລັດ

ລາຍງານຫລ້າສຸດ ASUS ໄດ້ປະກາດເປີດໂຕ ແທັບເລັດທີ່ໃຊ້ຈໍ Super IPS+ ຂະຫນາດ 10.1 ນິ້ວ ຄວາມລະອຽດ  1280 x 800; ທີ່ຈະມາກັບ CPU ສຸດແຮງ Quad-core Tegra 3 ຈາກ NVIDIA ທີ່ມີ GPU ເຖິງ 12-core. ໂດຍໃນ Eee Pad Transformer Prime ຈະເປັນລຸ້ນທີ່ອອກມາແທນ Eee Pad Transformer ທີ່ໄດ້ອອກວາງຂາຍໄປຫລາຍເດືອນກ່ອນຫນ້ານີ້. Eee Pad Transformer Prime ຈະຍັງຄົງມາກັບ Dock ທີ່ເປັນທັ້ງຄີບອດ ແລະ ແບັດເຕີລີ ເສີມໃນໂຕ ຕາມສະຕາຍ Transformer, ເຊິ່ງຜູ້ໃຊ້ສາມາດໃຊ້ງານ Eee Pad Transformer Prime ທີ່ສຽບເຂົ້າກັບ Dock ໄດ້ດົນເຖິງ 18ຊົ່ງໂມງ, ແລະ 12ຊົ່ວໂມງສຳລັບການໃຊ້ງານສະເພາະແບັດເຕີລີໃນໂຕແທັບເລັດເອງ.

ນອກນັ້ນ Eee Pad Transformer Prime ຍັງຈະມາກັບ Ram ຂະຫນາດ 1GB, ມີກ້ອງຫນ້າ 1.2ລ້ານພິກເຊວ, ກ້ອງຫນ້າເປັຮ CMOS 8ລ້ານພິກເຊວ ພ້ອມເລນທີ່ມີຮັບແສງ ເປີດໄດ້ສູງສຸດ  f/2.4  ສາມາດຖ່າຍວິດີໂອລະດັບ Full HD 1080p ໄດ້ອີກດ້ວຍ. ພ້ອມດຽວກັນນັ້ນໃນເລື່ອງຂອງພອດຕ່າງໆໃນ Eee Pad Transformer Prime ຈະມາກັບພອດ mini-HDMI, ຊ່ອງໃສ່ Micro-SD card ແລະພອດສຳລັບຕໍ່ Dock.

ສຳລັບ Eee Pad Transformer Prime ຈະມາກັບຂະຫນາດຄວາມຈຳສອງຕົວເລືອກ ພ້ອມສອງສີຄື:  32GB ແລະ 64GB ພ້ອມສີປອນທອງ ແລະ ປອນອົມມ່ວງ(ຕາມຮູບທີ່ເຫັນ). ໃນເລື່ອງຂອງລາຄາ 32GB ຈະຢູ່ທີ່ $499 ແລະ $599 ສຳລັບລຸ້ນ 64GB. ຢ່າງໃດກໍ່ຕາມ ລາຄານີ້ຈະບໍ່ໄດ້ Dock ມາພ້ອມ ແຕ່ຫາກຢາກໄດ້ກໍ່ຕ້ອງຈ່າຍເພີ່ມອີກ $149.

ຈຸດຂາຍຂອງ Eee Pad Transformer Prime ກໍ່ຄືສະເປັກທີ່ແຮງ, ມີແບັດເຕີລີທີ່ສາມາດໃຊ້ງານໄດ້ດົນ, ພ້ອມການທີ່ສາມາດແປງສະພາບເປັນໂນດບຸກໄດ້ຕາມສະໄຕລ໌ຂອງ Eee Pad Transformer. ສຳລັບໃຜທີ່ກຳລັງເລືອກ ຫລື ຊອກແທັບເລັດ Android ຢູ່ສາມາດນຳ Eee Pad Transformer Prime ໄປເປັນອີກຫນຶ່ງຕົວເລືອກກໍ່ໄດ້, ເພາະທາງ ASUS ຈະເລີ່ມວາງຂາຍໃນເດືອນທັນວານີ້. ເຊິ່ງອາດຈະມາກັບ Honeycomb, ແຕ່ຕາມລາຍງານ ຫລື ທັ້ງສະເປັກແລ້ວ ສາມາດອັບເກດເປັນ Ice-cream Sandwich ໄດ້ສະບາຍເລີຍ.

ທີ່ມາ -​ Engadget

ລອງອ່ານກ່ຽວກັບ  Lenovo ເປີດໂຕແທັບເລັດລາຄາປະຢັດ ຂະຫນາດ 7ນິ້ວ ຊື່ລຸ້ນ IdeaPad A1

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.